ຜົນການຈົກສະຫຼາກແບ່ງສາຍການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ຮອບ 2

ສະຫະພັນບານເຕະນານາຊາດ (ຟີຟ່າ)ໄດ້ຈົກສະຫຼາກແບ່ງສາຍການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ຮອບ 2 ອອກມາເປັນທີ່ຮຽບຮ້ອຍແລ້ວ ເມື່ອຕອນບ່າຍຂອງວັນທີ 14 ເມສາ 2015

11064648_10152852420052333_1767439757653890712_n

ຜົນການຈົກສະຫຼາກແບ່ງສາຍການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ຮອບ 2
ກຸ່ມເອ: ສະຫະລັດອາຫຼັບເອມິເລດ, ຊາອຸດິອາລາເບຍ, ປາເລດສະຕິນ, ຕີມໍເລສະເຕ, ມາເລເຊຍ
ກຸ່ມບີ: ອົດສະຕາລີ, ຈໍແດນ, ທາຈິກິສະຖານ, ຄີກິດສະຖານ, ບັງກະລາເທດ
ກຸ່ມຊີ: ຈີນ, ກາຕາ, ເມົາດີບ, ພູຖານ, ຮ່ອງກົງ
ກຸ່ມດີ: ອີຫຼ່ານ, ໂອມານ, ອິນເດຍ , ເຕິກເມນິດສະຖານ,ກວມ
ກຸ່ມອີ: ຍີ່ປຸ່ນ, ຊີເລຍ, ອັບການິດສະຖານ, ສິງກະໂປ, ກຳປູເຈຍ
ກຸ່ມເອັບ: ອີຣັກ, ຫວຽດນາມ, ໄທ, ອິນໂດເນເຊຍ, ໄຕ້ຫວັນ
ກຸ່ມຈີ: ເກົາຫຼີໃຕ້, ຄູເວດ, ເລບານອນ, ມຽນມາ, ລາວ
ກຸ່ມເອັດຈ໌: ອຸດສ໌ເບກິດສະຖານ, ບາເຣນ, ຟິລິບປິນ, ເກົາຫຼີເໜືອ, ເຢເມນ

qr2_draw_results_2015_8x4

ຄັດເອົາທີມທີ່ໄດ້ເຂົ້າຮອບລວມທັງໝົດແມ່ນ 12 ທີມເພື່ອທີ່ຈະເລື່ອນເຂົ້າໄປສູ່ຮອບສຸດທ້າຍຂອງການແຂ່ງຂັນ
ໝາຍເຫດ: ການແຂ່ງຂັນບານໂລກ 2018 ຮອບຄັດເລືອກໂຊນອາຊີ ( ທີມຮ່ວມແຂ່ງຂັນ 40 / ໂກຕ້າ 4 + 1 ມີສິດເພຼອ໊ອບ ) ເລີ່ມເຕະຮອບທຳອິດວັນທີ 11 ມິຖຸນາ 2015 ແລະຈົບການແຂ່ງຂັນວັນທີ 29 ມີນາ 2016