ຜົນກວດສອບ ຊິ້ນສ່ວນທີ່ພົບຢູ່ເກາະມະຫາສະໝຸດອິນເດຍ ບໍ່ແມ່ນມາຈາກເຮືອບິນ MH370!

636267-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ສິງຫານີ້ວ່າ ຈາກການກວດສອບຊິ້ນສ່ວນວັດຖຸທີ່ພົບເຫັນເທິງເກາະເຣອູນີຍົງ ປະເທດຝຣັ່ງ ໃນອາທິດຜ່ານມາ ຊຶ່ງຄາດວ່າອາດແມ່ນຊາກຊິ້ນສ່ວນເຮືອບິນໂບອິ້ງ 777 ຖ້ຽວບິນ MH370 ຂອງມາເລເຊຍ ແອຣ໌ລາຍ ທີ່ຫາຍສາບສູນໄປຕັ້ງແຕ່ປີ 2014 ຜ່ານມານັ້ນ ຜົນຂອງການກວດສອບແມ່ນພົບວ່າ ຊິ້ນສ່ວນດັ່ງກ່າວບໍ່ແມ່ນຊິ້ນສ່ວນທີ່ມາຈາກເຮືອບິນ.

ທັງນີ້ ຊິ້ນສ່ວນທີ່ກວດພົບດັ່ງກ່າວ ແມ່ນພົບເຫັນໃນມື້ວັນພຸດທີ 29 ກໍລະກົດທີ່ຜ່ານມາ  ແລະ ຕໍ່ມາກໍໄດ້ພົບຊິ້ນສ່ວນເພີ່ມຕື່ມອີກ ໃນມື້ວານນີ້ (2 ສິງຫາ) ກ່ອນທີ່ຈະຖືກນຳສົ່ງໄປກວດສອບ ແລະ ໄດ້ຮັບຜົນທີ່ເປັນການດັບຄວາມຫວັງຂອງລັດຖະບານມາເລເຊຍ ທີ່ຄາດວ່າອາດແມ່ນຊິ້ນສ່ວນຂອງເຮືອບິນລຳທີ່ຫາຍສາບສູນ.