ຜູ້ໃຫ້ບໍລິການຂົນສົ່ງຮັບຜົນກະທົບໜັກ! ຫຼັງຜູ້ໂດຍສານຫຼຸດລົງກວ່າ 80% ໃນຊ່ວງໂຄວິດ-19

ໜັງສືພິມວຽງຈັນໃໝ່ລາຍງານໃຫ້ຮູ້ວ່າ ພາຍ­ຫຼັງ​ທີ່​ກະ­ຊວງ​ໂຍ­ທາ​ທິ​ການ-ຂົນ­ສົ່ງ ແລະ ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໄດ້​ອອກ​ຄຳ​ແນະ­ນຳ ອະ­ນຸຍາດ​ໃຫ້​ດຳ­ເນີນ​ການ​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ­ສານ ຢູ່​ພາຍ​ໃນ​ນະ­ຄອນ­ຫຼວງ ແລະ ພາຍ​ໃນ​ແຂວງ ເຊິ່ງ​ລວມ​ມີ​ລົດ­ເມ, ລົດ​ຕູ້, ລົດ​ຮັບ​ສົ່ງ​ພະ­ນັກ­ງານ-​ກຳ­ມະ­ກອນ, ລົດ​ແທັກ​ຊີ, ລົດ​ສອງ​ແຖວ ແລະ ລົດ​ຕຸກໆ-ຈຳ​ໂບ້ ເລີ່ມ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020 ພາຍ­ຫຼັງ​ຢຸດ​ບໍ­ລິການ​ມາ​ເປັນ​ເວ­ລາ​ເດືອນ​ກວ່າ.

ນັບ​ແຕ່​ໄດ້​ຮັບ​ອະ­ນຸ­ຍາດ ບັນ­ດາ​ຜູ້​ດຳ­ເນີນ​ການ​ບໍ­ລິ­ການ​ຂົນ­ສົ່ງ​ກໍ​ໄດ້​ອອກ​ມາ​ສືບ­ຕໍ່​ໃຫ້​ບໍ­ລິ­ການ​ຂົ່ນ​ສົ່ງ​ຜູ້​ໂດຍສານ ໂດຍ​ສະ­ເພາະ​ລົດ​ຕຸກໆ ຈຳ​ໂບ້, ລົດ​ແທັກ​ຊີ, ລົດ​ສອງ​ແຖວ, ເຊິ່ງ​ພາຍ­ຫຼັງ​ອອກ​ມາ​ໃຫ້​ບໍ­ລິ­ການ​ນັ້ນ ຜູ້​ມາ​ໃຊ້​ບໍ­ລິ­ການ​ໄດ້​ຫຼຸດ​ລົງ​ຫຼາຍ​ກວ່າ 80%.

ທ່ານ ຄຳ​ແພງ ວົງ​ສັກ ຜູ້​ບໍ­ລິ­ການ​ຂົນ­ສົ່ງ​ຕຸກໆ​ຈຳ​ໂບ້ ປະ­ຈຳ​ຢູ່​ຄິວ​ລົດ­ເມ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ​ວັນ​ທີ 7 ພຶດ­ສະ­ພາ 2020 ວ່າ: ພາຍ­ຫຼັງ​ທີ່​ຢຸດ​ບໍ­ລິ­ການ​ເດືອນ​ກວ່າ ໃນ​ໄລ­ຍະ​ທີ່​ເກີດ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເມື່ອ​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ໃຫ້​ສາ­ມາດ​ກັບ​ມາ​ໃຫ້​ບໍ­ລິ­ການ​ຂົນ­ສົ່ງ​ໄດ້ ກໍ​ໄດ້​ເລີ່ມ​ອອກ​ມາ​ໃຫ້​ບໍ­ລິ­ການ​ແຕ່​ວັນ​ທີ 4 ພຶດ­ສະ­ພາ 2020 ເປັນ­ຕົ້ນ​ມາ ໃນ​ການ​ໃຫ້​ບໍລິ­ການ​ໃນ​ໄລ­ຍະ​ນີ້ ຜູ້​ໂດຍ ສານ​ແມ່ນ​ຫຼຸດ​ລົງ ຖ້າ​ທຽບ­ໃສ່​ໄລ­ຍະ​ປົກ­ກະ­ຕິ ໃນ​ການ​ບໍ­ລິ­ການ​ຂົນ­ສົ່ງ​ຜູ້­ໂດຍ­ສານ​ໄລ­ຍະ​ປົກ­ກະ­ຕິ ສ້າງ​ລາຍ​ຮັບ​ໄດ້​ມື້ໜຶ່ງ 100.000 ກີບ​ຂຶ້ນ​ໄປ ແຕ່​ປັດ­ຈຸ­ບັນ​ໄດ້​ພຽງ 30-40 ພັນ​ກີບ​ເທົ່າ​ນັ້ນ ສາ­ເຫດ​ອາດ​ເປັນ​ຍ້ອນ​ຍັງ​ບໍ່​ອະ­ນຸ­ຍາດ​ໃຫ້​ເປີດ​ການ​ບໍ­ລິ­ການ​ຂົນ­ສົ່ງ​ລະ­ຫວ່າງ​ແຂວງ​ຕໍ່​ແຂວງ ແລະ ຍັງ​ບໍ່​ອະ­ນຸ­ຍາດ​ໃຫ້​ເປີດ​ດ່ານ ອີກ​ຢ່າງ​ໜຶ່ງ​ແມ່ນ​ປະ­ຊາ­ຊົນ​ຍັງ​ມີ​ຄວາມ​ຢ້ານ​ຕໍ່​ພະ­ຍາດ​ດັ່ງ­ກ່າວ ຈຶ່ງ​ຍັງ​ບໍ່​ກ້າ​ທີ່​ຈະ​ເດີນ­ທາງ​ອອກ​ນອກ​ເຮືອນ​ເປັນ​ປົກ­ກະ­ຕິ​ເທື່ອ.

ທ່ານ ເສີມ ເມືອງ​ມະ­ນີ ບໍ­ລິ­ການ​ລົດ​ສອງ​ແຖວ​ສາຍ​ໜອງ​ແຕ່ງ ຫາ​ ຕະ­ຫຼາດ​ເຊົ້າ ໄດ້​ໃຫ້​ສຳ­ພາດ​ວ່າ: ສຳ­ລັບ​ຂ້າ­ພະ­ເຈົ້າ ແມ່ນ​ໄດ້​ເລີ່ມ​ອອກ​ມາ​ໃຫ້​ບໍ­ລິ­ການ​ຂົນ­ສົ່ງ​ໂດຍ​ເລີ່ມ​ແຕ່​ວັນ​ທີ 7 ພຶດ­ສະ­ພາ ໃນ​ການ​ບໍ­ລິ­ການ​ມື້​ທຳ​ອິດ​ນີ້ ມີ​ລູກ​ຄ້າ​ມາ​ໃຊ້​ບໍ­ລິ­ການ​ໂດຍ­ສານ​ບໍ່​ຮອດ 10 ຄົນ ຖ້າ​ທຽບ­ໃສ່​ໄລ­ຍະ​ປົກ­ກະ­ຕິ​ແມ່ນ 30-40 ຄົນ.

ທ່ານ ອາ­ລົມ ຄົມ​ພັກ­ດີ ບໍ­ລິ­ການ​ລົດ­ຈັກ​ໂດຍ­ສານ ໄດ້​ໃຫ້​ສຳ­ພາດ​ວ່າ: ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ການ​ຂົນ­ສົ່ງ​ໂດຍ­ສານ​ແມ່ນ​ໄດ້​ຮັບ​ຜົນ​ກະ­ທົບ ຄື​ລູກ​ຄ້າ​ມາ​ໃຊ້​ບໍ­ລິ­ການ​ຫຼຸດ​ລົງ​ເກືອບ 80% ໃນ​ໄລ­ຍະ​ປົກ­ກະ­ຕິ​ແມ່ນ​ສາ­ມາດ​ໃຊ້​ບໍ­ລິ­ການ​ຂົນ­ສົ່ງ​ຜູ້­ໂດຍ­ສານ​ໄດ້​ລາຍ​ຮັບ 100.000 ກີບ​ຂຶ້ນ​ໄປ ປັດ­ຈຸ­ບັນ​ໄດ້​ພຽງ 30 ພັນ​ກີບ​ຕໍ່​ມື້ ເຊິ່ງ​ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ໄດ້​ສົ່ງ​ຜົນ​ກະ­ທົບ​ຢ່າງ​ຫຼວງ­ຫຼາຍ​ໃຫ້­ການ​ສ້າງ​ລາຍ​ຮັບ​ລ້ຽງ​ຄອບ­ຄົວ​ຂອງ​ຜູ້​ໃຫ້​ບໍ­ລິ­ການ​ຂົນ­ສົ່ງ ແຕ່​ກໍ​ຂໍ​ຂອບ­ໃຈ​ຕໍ່​ພາກ­ສ່ວນ​ກ່ຽວ­ຂ້ອງ ທີ່​ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ນີ້​ແມ່ນ​ໄດ້​ມີ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ຄິວ.

 

ຮຽບຮຽງຂ່າວ: ພຸດສະດີ