ຜູ້ບໍລິຫານຊຳຊຸງ ຖືກຕຳຫລວດເກົາຫລີໃຕ້ຈັບກຸມ ຫລັງໄອຍະການພົບຄວາມຜິດ ຕິດສິນບົນເຈົ້າໜ້າທີ່

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກຸມພານີ້ວ່າ ທ່ານ ອີແຈຢອງ ຮອງປະທານບໍລິສັດ ຊຳຊຸງ ເອເລັກໂຕຣນິກ ແລະ ເປັນລູກຊາຍຂອງ ທ່ານ ອີຄຸນຮີ ປະທານກຸ່ມບໍລິສັດ ຊຳຊຸງ ກຣຸບ ໄດ້ຖືກເຈົ້າໜ້າທີ່ຕຳຫລວດຄວບຄຸມຕົວ ເພື່ອດຳເນີນການສອບສວນແລ້ວ ຫລັງຈາກທີ່ສານເຂດກາງ ນະຄອນຫລວງເຊອູນ ໄດ້ອອກອະນຸມັດໝາຍຈັບ ໃນຄະດີຄໍຣັບຊັນ ໂດຍໄອຍະການເກົາຫລີໃຕ້ໄດ້ກ່າວຫາວ່າ ຊຳຊຸງຈ່າຍເງິນສິນບົນ ຈຳນວນ 43 ຕື້ວອນ ໃຫ້ແກ່ອົງການຈັດຕັ້ງຕ່າງໆ ຊຶ່ງກ່ຽວພັນກັບການຖອດຖອນ ທ່ານ ນາງ ປາກກຶນເຮ ປະທານາທິບໍດີເກົາຫລີໃຕ້ ອອກຈາກຕຳແໜ່ງ.

ດ້ານໂຄສົກຂອງບໍລິສັດຊຳຊຸງ ຊຶ່ງເປັນຜູ້ຜະລິດສະມາດໂຟນ ລາຍໃຫຍ່ທີ່ສຸດໃນໂລກ ຍັງບໍ່ທັນອອກມາສະແດງຄວາມຄິດເຫັນໃດໆ ກ່ຽວກັບເລື່ອງດັ່ງກ່າວນີ້ເທື່ອ ແຕ່ກໍໄດ້ຢືນຢັນມາໂດຍຕະຫລອດວ່າ ບໍລິສັດ ແລະ ທ່ານ ອີແຈຢອງ ບໍ່ໄດ້ກະທຳຄວາມຜິດ.