ຜູ້ນຳ 4 ປະເທດ ຊຸກຍູ້ການຮ່ວມມືພາກພື້ນອິນໂດ-ປາຊີຟິກ

0
1108

ອີງຕາມການລາຍງານຂອງສຳນັກຂ່າວ ໂຕກຽວ ໃນວັນທີ 24 ພຶດສະພາ 2022 ນີ້ວ່າ: ຜູ້ນຳກຸ່ມຄວອດ (Quad) ທີ່ປະກອບດ້ວຍອິນເດຍ, ຍີ່ປຸ່ນ, ສະຫະລັດອາເມລິກາ ແລະ ອອສເຕເລຍ ປະກາດວ່າຈະຢືນຄຽງຂ້າງກັນເພື່ອຊຸກຍູ້ໃຫ້ພາກພຶ້ນ ອິນໂດ-ປາຊີຟິກ ເປັນພຶ້ນທີ່ເສລີ ແລະ ເປີດກວ້າງ. ເຊິ່ງກອງປະຂຸມສຸດຍອດຜູ້ນຳຄວອດໃນຄັ້ງນີ້ຈັດຂຶ້ນທີ່ ເມືອງໂຕກຽວ ປະເທດຍີ່ປຸ່ນ.

ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມລິກາ, ທ່ານ ແອນໂທນີ ອາວບານີສ ນາຍົກລັດຖະມົນຕີປະເທດອອສເຕເລຍ, ທ່ານ ນະເຮນທາ ໂມດີ ນາຍົກລັດຖະມົນຕີປະເທດອິນເດຍ ແລະ ທ່ານ ຟູມິໂອະ ຄິຂິດະ ນາຍົກລັດຖະມົນຕີປະເທດຍີ່ປຸ່ນ ໄດ້ຮ່ວມກັນປຶກສາຫາລື ໂດຍມີເປົ້າໝາຍໃນການຫາແນວທາງຮັບມືກັບການແຜ່ ອິດທິພົນຂອງຈີນໃນພາກພຶ້ນ ແລະ ຫາທາງປະສານຄວາມເຫັນທີ່ແຕກຕ່າງກັນໃນປະເດັນຕ່າງໆ ລວມເຖິງເລື່ອງ ຄວວາມຂັດແຍ່ງລະຫວ່າງຮັດເຊຍ-ຢູເຄຣນ.

ໃນຂະນະທີ່ນາຍົກລັດຖະມົນຕີອິນເດຍ ມີກຳໜົດຈະພົບກັບ ນາຍົກລັດຖະມົນຕີຍີ່ປຸ່ນ ເພີ່ອເຈລະຈາ ແລະ ຫາລືຫຼັງສຶ້ນສຸດການເຈລະຈາ 4 ຝ່າຍແລ້ວ ແຕ່ສະຫະລັດຮູ້ສຶກຜິດຫວັງກັບອິນເດຍ ເນື່ອງຈາກວ່າອິນເດຍບໍ່ສະໜັບສະໜູນການຄວ້ຳບາດຣັດເຊຍ ທີ່ສະຫະລັດເປັນແກນນຳ.