ຜູ້ນຳອາເມຣິກາຍອມໃຫ້ບໍລິສັດພາຍໃນເຮັດການຄ້າກັບຮົວເຫວີຍ

ປະທານທິບໍດີ ໂດນັລ ທຣັມ ຍອມອະນຸຍາດໃຫ້ບໍລິສັດຕ່າງໆພາຍໃນປະເທດສາມາດເຮັດທຸລະກິດຮ່ວມກັບຮົວເຫວີຍໄດ້ຕາມເດີມ ແຕ່ຍັງບໍ່ຖອດລາຍຊື່ຮົວເຫວີຍອອກຈາກບັນຊີດຳ.

ຜູ້ນຳອາເມຣິກາໄດ້ກ່າວໃນລະຫວ່າງການຖະແຫຼງຂ່າວພາຍຫຼັງສຳເລັດການຫາລືຫຼາຍປະເດັນໃນການປະຊຸມ G20 ທີ່ນະຄອນໂອຊາກາ ປະເທດຍີປຸ່ນ ໂດຍມີຕອນໜຶ່ງໄດ້ກ່າວວ່າ ກຽມຈະອະນຸຍາດໃຫ້ບັນດາບໍລິສັດພາຍໃນອາເມຣິກາຄ້າຂາຍກັບຮົວເຫວີຍໄດ້ຕໍ່ໄປ ຊຶ່ງບໍລິສັດໃນອາເມຣິກາສາມາດຂາຍອຸປະກອນໃຫ້ກັບຮົວເຫວີຍໄດ້ ແຕ່ທຣັມ ກໍບໍ່ໄດ້ລະບຸເຖິງປະເດັນຄວາມໝັ້ນຄົງທາງໄຊເບີຕາມທີ່ເຄີຍໃຫ້ເຫດຜົນຫຼາຍຄັ້ງກ່ອນໜ້ານີ້ວ່າ “ຕ້ອງຂັດຂວາງຮົວເຫວີຍເພາະເຫດຜົນຄວາມປອດໄພດ້ານໄຊເບີ”.

ພ້ອມນີ້ ທຣັມ ກໍໄດ້ກ່າວຕື່ມວ່າ ໄດ້ສົນທະນາກັນຫຼາຍເລື່ອງໂດຍສະເພາະເລື່ອງຂອງຮົວເຫວີຍ ສິ່ງໜຶ່ງທີ່ ທຣັມ ຈະອະນຸຍາດ ແລະ ສ້າງຄວາມປະຫຼາດໃຈໃຫ້ກັບຫຼາຍຝ່າຍກໍຄື ອາເມຣິກາອະນຸຍາດໃຫ້ບໍລິສັດພາຍໃນຂາຍອຸປະກອນໃຫ້ຮົວເຫວີຍ ຊຶ່ງຄວາມຈິງແລ້ວບໍລິສັດຂອງອາເມຣິກາຫຼາຍແຫ່ງກໍຍັງດື້ດຶງໃນຂໍ້ຫ້າມບໍ່ໃຫ້ຄ້າຂາຍກັບຮົວເຫວີຍ ແຕ່ຫາກການຄ້ານັ້ນບໍ່ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດເຮົາກໍຍິນດີ.

ຢ່າງໃດກໍຕາມ ຍັງບໍ່ເປັນທີ່ຊັດເຈນວ່າບໍລິສັດໃນອາເມຣິກາຈະກັບມາຄ້າຂາຍກັບຮົວເຫວີຍໄດ້ຢ່າງໃດ? ເນື່ອງຈາກຜູ້ນຳອາເມຣິກາຢືນຢັນວ່າຮົວເຫວີຍຍັງຄົງຢູ່ໃນບັນຊີດຳທາງການຄ້າຂອງກະຊວງອຸດສາຫະກຳຄືເກົ່າ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday