ຜູ້ນຳມຽນມາປະກາດຂະຫຍາຍພາວະສຸກເສີນອອກໄປ

0
804

ລັດຖະບານມຽນມາໄດ້ປະກາດຂະຫຍາຍພາວະສຸກເສີນອອກໄປເປັນ 6 ເດືອນ ໂດຍໄດ້ກ່າວວ່າ ການເລືອກຕັ້ງຕາມປົກກະຕິຈະເກີດຂຶ້ນໄດ້ກໍຕໍ່ເມື່ອປະເທດຈະບໍ່ມີຄວາມຂັດແຍ່ງເກີດຂຶ້ນ ແລະ ປະເທດກັບມາສະຫງົບກ່ອນ.

ຕາມການລາຍງານຂອງສື່ຈາກລັດຖະບານມຽນມາ ໄດ້ລາຍງານວ່າ: ໃນວັນຈັນ ທີ 1 ສິງຫາ 2022 ທ່ານ ມິນ ອ່ອງ ຫຼ່າຍ ຜູ້ນຳທະຫານມຽນມາ ເຊິ່ງໄດ້ເຮັດລັດຖະປະຫານໃນປີກາຍນີ້ ໄດ້ສະເໜີໃຫ້ລັດຖະບານຕໍ່ອາຍຸ ໃນການດຳລົງຕຳແໜ່ງເພີ່ມອີກ 6 ເດືອນ ເຊິ່ງສະມາຊິກສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດ ຂອງລັດຖະບານທະຫານກໍໄດ້ລົງມັດຕິ ເປັນເອກະພາບກັນສະໜັບສະໜູນຂໍ້ສະເໜີດັ່ງກ່າວ.

ລັດຖະບານທະຫານປະກາດພາວະສຸກເສີນ ພາຍຫຼັງການຂັບໄລ່ ອອງຊານຊູຈີ ໃນເດືອນກຸມພາປີກາຍນີ້ ແລະ ເຮັດໃຫ້ມຽນມາເກີດຄວາມວຸ່ນວາຍເນື່ອງຈາກການປະທ້ວງ.

ກ່ອນໜ້ານີ້ ລັດຖະບານທະຫານ ເຄີຍກ່າວວ່າ ຈະຈັດການເລືອກຕັ້ງທົ່ວໄປຄັ້ງໃໝ່ ແລະ ຍົກເລີກພາວະສຸກເສີນພາຍໄລຍະເວລາ 1 ປີ ກ່ອນຈະປະກາດຍືດອອກໄປອີກ ໄປເປັນ ເດືອນສິງຫາ ປີ 2023.