ຜູ້ນຳຟີລິປິນ ອະນຸຍາດໃຫ້ປະມູນເຄື່ອງເພັດຂອງຄອບຄົວ ມາຣກອສ

ທ່ານ ໂຣດຣິໂກ ດູແຕຣເຕ ຜູ້ນຳຟີລິບປິນ ອະນຸຍາດໃຫ້ເປີດປະມູນເຄື່ອງປະດັບ ແລະ ອັນຍະມະນີຂອງ ນາງ ອິເມລດາ ມາຣກອສ ພັນລະຍາຂອງ ທ່ານ ເຟີຣດິນານ ມາຣກອສ ອະດີດປະທານາທິບໍດີຂອງຟີລິບປິນ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 31 ພຶດສະພາໃຫ້ຮູ້ວ່າ ຊຸດເຄື່ອງປະດັບທີ່ຈະນຳມາປະມູນໃນຄັ້ງນີ້ເປັນ 1 ໃນ 3 ຊຸດທີ່ຢຶດໄດ້ລະຫວ່າງທີ່ ນາງ ອິເມລດາ ເດີນທາງຕາມສາມີເພື່ອລີ້ໄພໃນລັດຮາວາຍ ສະຫະລັດອາເມຣິກາເມື່ອປີ 1986 ຊຶ່ງຄາດວ່າຈະມີມູນຄ່າຫຼາຍກວ່າ 700 ລ້ານເປໂຊ (ສະກຸນເງິນຟີລິບປິນ)  ຂະນະທີ່ ທ່ານ ຊັລວາດໍຣ ປາເນໂລ ໂຄສົກປະທານາທິບໍດີຟີລິບປິນກໍໄດ້ລະບຸວ່າ ໄດ້ສອບຖາມໄປຍັງຜູ້ນຳປະເທດວ່າຈະອະນຸຍາດໃຫ້ປະມູນເຄື່ອງປະດັບຂອງ ນາງ ອິເມລດາ ຫຼື ບໍ່? ຊຶ່ງທ່ານ ດູແຕຣເຕ ກໍໄດ້ຕອບຢ່າງຊັດເຈນວ່າ  “ໄດ້” ເພື່ອນຳເງິນທີ່ໄດ້ຈາກການປະມູນໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ປະຊາຊົນພາຍໃນປະເທດ.

ຊຶ່ງກ່ອນໜ້ານີ້ເມື່ອປີ 2015 ກະຊວງການເງິນຂອງຟີລິບປິນກໍໄດ້ນຳຊັບສິນຂອງຄອບຄົວ ທ່ານ ມາຣກອສ ແລະ ເຄື່ອງເພັດຂອງ ນາງ ອິເມລດາ ມູນຄ່າຫຼາຍກວ່າ 838 ລ້ານເປໂຊອອກມາປະມູນເພື່ອນຳລາຍໄດ້ເຂົ້າປະເທດ ແລະ ເພື່ອປ້ອງກັນທາຍາດຂອງອະດີດຜູ້ນຳຈະທວງຄືນສົມບັດ ເນື່ອງຈາກໃນປີດຽວກັນ ທ່ານ ເຟີຣດິນານ ມາຣກອສ ຈູເນຍ ລູກຊາຍຄົນດຽວຂອງຄອບຄົວໄດ້ລົງສະໝັກເລືອກຕັ້ງໃນຕຳແໜ່ງຮອງປະທານາທິບໍດີ ແຕ່ກໍເສຍໄຊໃຫ້ແກ່ພັກຂອງ ທ່ານ ດູແຕຣເຕ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod