ຜູ້ນຳຟິລິບປິນ ຈະສົ່ງອະດີດປະທານາທິບໍດີ ໄປເຈລະຈາກັບຈີນ ຫລຸດຜ່ອນຄວາມເຄັ່ງຕຶງ ຫລັງຄຳຕັດສິນຂອງສານ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ເປີດເຜີຍວ່າ ກຽມສົ່ງທ່ານ ຟິເດວ ຣາມອສ ອະດີດປະທານາທິບໍດີຟິລິບປິນ ເດີນທາງໄປນະຄອນຫລວງປັກກິ່ງ ເພື່ອເລີ່ມຕົ້ນເຈລະນາກັບລັດຖະບານຈີນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ຫລັງຈາກທີ່ ສານອະນຸຍາໂຕຕຸລາການລະຫວ່າງປະເທດ ໄດ້ຕັດສິນໃຫ້ຈີນເສຍຄະດີ ກໍລະນີຂໍ້ຂັດແຍ່ງໃນທະເລຈີນໃຕ້ ຊຶ່ງລັດຖະບານຈີນໄດ້ປະກາດວ່າ ບໍ່ຍອມຮັບອຳນາດຂອງສານດັ່ງກ່າວ ແລະ ຢືນຢັນສິດອະທິປະໄຕ ຕໍ່ທະເລຈີນໃຕ້ຂອງຕົນໄວ້ເຊັ່ນເດີມ.

ທັງນີ້ ບັນຫາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເກີດຂຶ້ນພາຍຫລັງທີ່ ບັນດາປະເທດຕ່າງໆເຊັ່ນ: ຈີນ, ຟິລິບປິນ, ຫວຽດນາມ, ມາເລເຊຍ, ບຣູໄນ ລວມທັງໄຕ້ຫວັນ ໄດ້ພາກັນອ້າງກຳມະສິດຢູ່ບາງສ່ວນ ໂດຍຍົກເວັ້ນແຕ່ຈີນຝ່າຍດຽວ ທີ່ອ້າງກຳມະສິດເກືອບທັງໝົດ ຢູ່ທະເລຈີນໃຕ້ ອັນໄດ້ກາຍເປັນຂໍ້ຂັດແຍ່ງ ຊຶ່ງນຳມາສູ່ຄວາມເຄັ່ງຕຶງໃນພາກພື້ນ.
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!