ຜູ້ນຳຝຣັ່ງ-ເຢຍລະມັນໄດ້ເຈລະຈາເລື່ອງການໃຫ້ຣັດເຊຍຢຸດຍິງຢູເຄຣນ

0
1086

ແຫຼ່ງຂ່າວຈາກປະເທດຝຣັ່ງ ໄດ້ລາຍງານວ່າ:​ຜູ້ນຳຝຣັ່ງ ແລະ ເຢຍລະມັນ ໄດ້ໂອ້ລົມກັນກັບຜູ້ນຳຣັດເຊຍ ໃຫ້ຢຸດຍິງ ແລະ ເຈລະຈາໂດຍກົງກັບຢູເຄຣນ, ປູຕິນ ໄດ້ເຕືອນວ່າຫາກສົ່ງອາວຸດໃຫ້ຢູເຄຣນເພີ່ມ ອາດເຮັດໃຫ້ສະຖານະການບໍ່ແນ່ນອນຫຼາຍຂຶ້ນ.

ໃນວັນທີ 28 ພຶດສະພາທີ່ຜ່ານມານີ້ ປະທານາທິບໍດີຝຣັ່ງທ່ານ ເອັມມານູເອລ ມາຄົງ ແລະ ນາຍົກລັດຖະມົນຕີເຢຍລະມັນທ່ານ ໂອລາຟ ຊອລ ໄດ້ປຶກສາຫາລືກັນທາງໂທລະສັບກັບປະທານາທິບໍດີຣັດເຊຍທ່ານ ປູຕິນ ເປັນເວລາ 80 ນາທີ, ໂດຍທຳນຽບປະທານາທິບໍດີຝຣັ່ງໄດ້ລະບຸວ່າ ຜູ້ນຳຝຣັ່ງ ແລະ ເຢຍລະມັນ ໄດ້ເນັ້ນຍ້ຳຮຽກຮ້ອງໃຫ້ຣັດເຊຍຢຸດຍິງ ແລະ ຈັດການເຈລະຈາໂດຍກົງ ແລະ ຈິງຈັງກັບປະທານາທິບໍດີຢູເຄຣນ ທ່ານ ເຊເລນສກີ.

ນອກຈາກນີ້ ຍັງຂໍໃຫ້ຣັດເຊຍປ່ອຍໂຕທະຫານຢູເຄຣນ 2.500 ຄົນທີ່ຖືກຈັບໄປ, ດ້ານທຳນຽບເຄຣມລິນໄດ້ລະບຸວ່າ ຣັດເຊຍພ້ອມທີ່ຈະກັບມາເຈລະຈາກັບຢູເຄຣນ ແຕ່ກໍຍັງບໍ່ໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການເຈລະຈາໂດຍກົງຂອງທັງສອງຝ່າຍ.