ຜູ້ຖືກຫາຄະດີກໍ່ການຮ້າຍໃນນະຄອນຫຼວງ ບັລເຊລ ແລະ ປາຣີສ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່.

ເບລຢຽມບໍ່ປະສົບຜົນສຳເລັດໃນການສອບປາກຄຳ “ຊາເລາະ ອັບເດສລາມ” ຜູ້ຖືກຫາຄົນສຳຄັນໃນຄະດີກໍ່ການຮ້າຍໃນນະຄອນຫຼວງປາຣີສ ທີ່ຖືກຈັບໄດ້ໃນນະຄອນຫຼວງບຣັສເຊລເມື່ອອາທິດທີ່ຜ່ານມາ ເພື່ອຫາຄວາມເຊື່ອມໂຍງລະຫວ່າງເຄື່ອຂ່າຍໃນຝຣັ່ງກັບເບລຢຽມ.

14478158531447815865l

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບັສເຊລ ປະເທດ ເບລຢຽມ ເມື່ອວັນທີ 26 ມີນາ 2016 (ເຊົ້າມື້ນີ້) ວ່າ ທ່ານ ເຄິນ ກີນສ໌ ລັດຖະມົນຕີກະຊວງຍຸດຕິທຳຂອງເບລຢຽມ ຖະແຫຼງການຕໍ່ທີ່ປະຊຸມສະພາຜູ້ແທນເມື່ອວັນສຸກທີ່ຜ່ານມາວ່າ ໄອຍະການພະຍາຍາມສອບປາກຄຳ ທ້າວ ຊາເລາະ ອັບເດສລາມ ຊາຍຊາວຝັ່ຣງ ໄວອາຍຸ 26 ປີ ຜູ້ຖືກຫາຄົນສຳຄັນໃນຄະດີກໍ່ການຮ້າຍທີ່ນະຄອນຫຼວງປາຣີສເມື່ອປີທີ່ຜ່ານມາ ເຊິ່ງທາງການເບລຢຽມຈັບກຸມໄດ້ເທື່ອອາທິດທີ່ຜ່ານມາ ແຕ່ ອັບເດສລາມ ປະຕິເສດໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ໂດຍອ້າງ “ສິດຜູ້ຖືກຫາທີ່ຈະບໍ່ໃຫ້ການ”

ເຈົ້າໜ້າທີ່ ໄດ້ເຮັດການສອບປາກຄຳ ອັບເດສລາມ 2 ຄັ້ງໃນວັທີ 19 ມີນາ ຫຼື 1 ວັນຫຼັງການຈັບກຸມ ເຊິ່ງການສອບປາກຄຳໃຊ້ເວລາເຖິງ 2 ຊົ່ວໂມງ ແລະ ຫົວຂໍ້ຫຼັກແມ່ນກ່ຽວກັບເຫດການກໍ່ການຮ້າຍໃນນະຄອນຫຼວງປາຣີສ ເມື່ອວັນທີ 13 ພະຈິກ 2015 ເຊິ່ງມີຜູ້ເສຍຊີວິດຫຼາຍເຖິງ 130 ສົບ ແລະ ສອບປາກຄຳອີກຄັ້ງໜຶ່ງໃຊເວລາ 1 ຊົ່ວໂມງ ແຕ່ສ່ວນຫຼາຍແມ່ນໃຫ້ໄອຍະການອະທິບາຍເລື່ອງການຈັບກຸມ ແລະ ການດຳເນີນຄະດີຕາມກົດໝາຍ ເຊິ່ງຜູ້ຖືກຫາແມ່ນບໍ່ໃຫ້ຄວາມຮ່ວມມືໃດໆທັງສິ້ນ ແລະ ຍັງກ່າວຕໍ່ຜູ້ພິພາກສາໃນການຂຶ້ນສານເມື່ອວັນພະຫັດທີ່ຜ່ານມາວ່າ ຕ້ອງການໃຫ້ມີການເນລະເທດກັບຝັ່ຣງໂດຍໄວທີ່ສຸດ.

 

 

ແຫລ່ງຂ່າວຈາກ: ເວັບໄຊ໌ຂ່າວເດລີນີວສ໌.ຄອມ