ຜູ້ຖິ້ມປະລະມານູໃສ່ ຮິໂຣຊິມາ ຜູ້ສຸດທ້າຍຕາຍແລ້ວ

1.1154

ສຳນັກຂ່າວຕ່າງປະເທດໄດ້ລາຍງານມື້ນີ້ 31 ສິງຫາ 2014 ວ່າ ທີໂອດໍ ດັດ ແວນ ເຄີກ ອະດີດນັກບິນຂອງກອງທັບສະຫະລັດ ອາຍຸ 93 ປີ ໄດ້ເສຍຊີວິດແລ້ວທີ່ລັດຈໍເຈຍ ໂດຍ ແວນ ເຄີກ ເປັນ 1 ໃນນັກບິນທີ່ຮ່ວມປະຕິບັດການເອົາລະເບີດປະລະມານູ ລິດເຕີນບອຍ ໄປຖິ້ມໃສ່ເມືອງຮິໂຣຊິມາຂອງຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ 2 ເມື່ອວັນທີ 6 ສິງຫາ 1945 ແລະເປັນເຈົ້າໜ້າທີ່ເທິງຍົນ ອີໂນລາ ເກ ທີ່ໄດ້ອຳລາໂລກເປັນຜູ້ສຸດທ້າຍ.

ເຊິ່ງເຂົາເຄີຍໄດ້ໃຫ້ສຳພາດເຖິງພາລະກິດຜ່ານມາຂອງເຂົາວ່າ ລະເບີດຈະເຮັດໃຫ້ຜູ້ຄົນໃນຮິໂຣຊິມາ ແລະນາງາຊາກິ ລົ້ມຕາຍເດຍລະດາດ ແຕ່ແທ້ທີ່ຈິງແລ້ວມັນຊ່ວຍຮັກສາຊີວິດຊາວຍີ່ປຸ່ນ ຈຳນວນຫຼວງຫຼາຍເອົາໄວ້ ເພາະບໍ່ດັ່ງນັ້ນ ຍີ່ປຸ່ນອາດຈະຖືກທຳລາຍມຸ່ນທະລາຍໄປກວ່ານີ້ ຂະນະດຽວກັນຫຼັງຈາກທີ່ໄດ້ເຫັນອານຸພາບຂອງລະເບີດປະລະມານູຄັ້ງທຳອິດ ເຂົາກໍບໍ່ຕ້ອງການໃຫ້ອາວຸດມະຫາໂຫດຊະນິດນີ້ຖືກນຳເອົາໄປໃຊ້ຢູ່ໃສອີກ.

1.2.367