ຜູ້ຕິດເຊື້ອອີໂບລາທະລຸຫລັກໝື່ນ! ຍອດເສຍຊີວິດເກືອບ 5 ພັນຄົນແລ້ວ!

 

14141685981414168863l

 

ອີໂບລາລະບາດ ລ່າສຸດ WHO ເປີດເຜີຍຍອດຜູ້ຕິດເຊື້ອອີໂບລາ ທະລຸ 1 ໝື່ນລາຍແລ້ວ ເສຍຊີວິດເກືອບ 5 ພັນຄົນ ແລະ

ມີແນວໂນ້ມຕິດເຊື້ອອີໂບລາເພີ່ມຂຶ້ນອີກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາຜ່ານມານີ້ວ່າ ອົງການອະນາໄມໂລກ ຫລື WHO ໄດ້ເປີດເຜີຍຂໍ້ມູນລ່າ

ສຸດ ເຖິງຈຳນວນຜູ້ຕິດເຊື້ອອີໂບລາແລ້ວຢູ່ທົ່ວໂລກຢູ່ທີ່ 10,141 ຄົນແລ້ວ ໂດຍຍອດຜູ້ເສຍຊີວິດແມ່ນຢູ່ທີ່ 4,922 ຄົນ ທັງ

ນີ້ ໃນສ່ວນຂອງຕົວເລກຜູ້ຕິດເຊື້ອອີໂບລາຄັ້ງລ່າສຸດນັ້ນ ສະທ້ອນໃຫ້ເຫັນວ່າ ມີຄົນເຈັບນັບມື້ນັບເພີ່ມຂຶ້ນປະມານ 200

ຄົນພາຍໃນໄລຍະເວລາພຽງ 4 ມື້ ແລະ ຍັງມີແນວໂນ້ມທີ່ຍອດຜູ້ຕິດເຊື້ອຈະເພີ່ມຂຶ້ນອີກ.