ຜູ້ຍິງຖືພາຣັດເຊຍແຫ່ກັນເດີນທາງໄປອາເຈນຕິນາ

0
634

ຜູ້ຍິງຖືພາຈຳນວນຫຼາຍ ແຫ່ເດີນທາງໄປອາເຈນຕິນາເພີ່ມຂຶ້ນໃນຊ່ວງບໍ່ເທົ່າໃດເດືອນຜ່ານມາ ເພື່ອໃຫ້ລູກຂອງຕົນໄດ້ສັນຊາດອາເຈນຕິນາ.

ວັນທີ 11 ກຸມພາ 2023 ມີຜູ້ຍິງຖືພາທ້ອງແກ່ ສັນຊາດຣັດເຊຍ ຈຳນວນ 5.000 ຄົນ ເດີນທາງເຂົ້າສູ່ອາເຈນຕິນາໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ ຄາດວ່າພວກເຂົາຕ້ອງການໃຫ້ລູກຂອງຕົນເກີດໃນອາເຈນຕິນ່າ ແລະ ໄດ້ສັນຊາດນີ້ ເຊິ່ງຈະເຮັດໃຫ້ມີອິດສະຫຼະໃນການເດີນທາງອອກໄປຫຼາຍປະເທດກວ່າຣັດເຊຍ.

ຫົວໜ້າສຳນັກງານກວດຄົນເຂົ້າເມືອງຂອງອາເຈນຕິນາ ລະບຸວ່າ ຈຳນວນຜູ້ຍິງຖືພາສັນຊາດຣັດເຊຍ ເດີນທາງເຂົ້າມາປະເທດເພີ່ມຂຶ້ນຣັດເຊຍໃນຊ່ວງບໍ່ດົນມານີ້ ລວມເຖິງຖ້ຽວບິນເຊິ່ງມີຜູ້ຍິງຖືພາ ໂດຍສານມາ 33 ຄົນ.

ໃນນັ້ນ ມີ 3 ຄົນທີ່ຖືກຈັບເພາະມີບັນຫາເລື່ອງເອກະສານການເດີນທາງ ໂດຍຕອນທຳອິດພວກເຂົາວ່າມາທ່ຽວ ກ່ອນທີ່ຈະຍອມຮັບວ່າມາເພາະຢາກໃຫ້ລູກໄດ້ສັນຊາດອາເຈນຕິນາ.

ທັ້ງນີ້ ອາເຈນຕິນາ ເປັນສັນຊາດທີ່ມີໜັງສືຜ່ານແດນທີ່ປອດໄພ ແລະ ສາມາດເດີນທາງໄປໄດ້ 171 ປະເທດໂດຍບໍ່ຕ້ອງຂໍວີຊ່າເດີນທາງ ຕ່າງຈາກຣັດເຊຍທີ່ໄປໄດ້ 87 ປະເທດ.

ຢ່າງໃດກໍຕາມ ການທີ່ຕ້ອງການໃຫ້ລູກໄດ້ສັນຊາດອາເຈນຕິນ່າ ອາດເພາະວ່າ ຄວາມນິຍົມຂອງຄົນຣັດເຊຍ ຍ້ອນມີການບໍລິການທີ່ດີ ແລະ ສະດວກ.

ແຫຼ່ງຂ່າວ BBC