ຜູ້ຊ່ວຍປະທານາທິບໍດີອູແກຣນລອດຊີວິດຈາກການລອບສັງຫານ

(CNN) ຜູ້ຊ່ວຍລະດັບສູງຂອງປະທານາທິບໍດີອູແກຣນລອດຊີວິດແບບຫວຸດຫວິດ ພາຍຫຼັງຖືກຄົນຮ້າຍລັດຍິງລົດຂະນະເດີນທາງກັບບ້ານໃນຊ່ວງຕອນເຊົ້າຂອງມື້ວານນີ້ ສ່ວນຄົນຂັບລົດແມ່ນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຕຳຫຼວດອູແກຣນກ່າວວ່າ: ກະສຸນປືນສິບກວ່າລູກໄດ້ຍິງເຂົ້າໃສ່ລົດເປົ້າໝາຍ ເຮັດໃຫ້ຄົນຂັບລົດໄດ້ຮັບບາດເຈັບ ຂະນະທີ່ຜູ້ຊ່ວຍປະທານາທິບໍດີຄົນດັ່ງກ່າວປອດໄພຈາກການພະຍາຍາມລອບສັງຫານຄັ້ງນີ້ ເຊິ່ງທາງໜ່ວຍງານປະຕິບັດການພິເສດຂອງຕຳຫຼວດກຳລັງດຳເນີນການຄົ້ນຫາຜູ້ກະທຳຜິດ ລວມທັງຜູ້ທີ່ຢູ່ເບື້ອງຫຼັງຂອງເຫດການດັ່ງກ່າວ.

ທ່ານ ເຊເລນສກີ, ປະທານາທິບໍດີອູແກຣນ ຂະນະນີ້ກຳລັງຢູ່ນິວຢອກເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ກ່າວວ່າ: ເຖິງແມ່ນທາງການຈະບໍ່ຮູ້ວ່າແມ່ນໃຜເປັນຜູ້ຢູ່ເບື້ອງຫຼັງຂອງການໂຈມຕີຄັ້ງນີ້ ແຕ່ກໍເປັນສັນຍານແຫ່ງຄວາມອ່ອນແອຂອງພວກຂີ້ຂ້າຕາຂາວທີ່ກຳນົດເປົ້າໄປໃສ່ຜູ້ຊ່ວຍຂອງປະທານາທິບໍດີ. ຢ່າງໃດກໍຕາມ, ຜູ້ຊ່ວຍຄົນດັ່ງກ່າວແມ່ນບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ ມີພຽງຄົນຂັບລົດທີ່ຖືກລູກປືນຍິງເຂົ້າບໍລິເວນຮ່າງກາຍສາມນັດ ເຊິ່ງຂະນີ້ແມ່ນປອດໄພ ພາຍຫຼັງນຳສົ່ງເຂົ້າໂຮງໝໍ.