ຜີສາດແດງຂື້ນເປັນຮອງຈ່າຝູງຫຼັງຈາກຊະນະນັດຫຼ້າສຸດ

ໃນເກມກການແຂ່ງຂັນພຣີເມຍລີກອັງກິດໃນວັນທີ 20​ກັນຍາ 2015 ທີ່ຜ່ານມາເປັນການພົບກັບລະຫວ່າງ ເຊົາແຮມຕັນພົບກັບແມນເຊສເຕີ ຢູໄນເຕັດ ໃນເວລາ 22:00 ໂມງ ທີ່ສະໜາມເຊນແມຣີ່

ເລີ່ມເກມມາພຽງ 13 ນາທີເທົ່ານັ້ນ ເຊົາແຮມຕັນ ໄດ້ປະຕູຂື້ນນຳຢ່າງໄວ 1-0 ຈາກຈັງຫວະທີ່ ເຈມ ວອດ-ເພຣາ ສົ່ງບານຍາວຈາກເບື້ອງຂວາຂອງເຂດໂທດ ຊາດິໂອ ມາເນ່ ຍິງແປເຂົ້າໄປຕິດເຊບຂອງ ດາວິດ ເດ ເກອາ ແຕ່ບານເດັ້ງອອກມາຫາ ກຣາເຊຍໂນ ເປເລ່ ຊ້ຳເຂົ້າໄປ

ຕໍ່ມາໃນນາທີ 34 ແມນຢູມາໄດ້ປະຕູຕີສະເໝີ 1-1 ຈາກຈັງຫວະທີ່ ມາກອສ ໂຣໂຮ ໂໝ່ງເຂົ້າເຂດໂທດໃຫ້ ກວນ ມາຕ້າ ແຕ່ຖືກ ມາຢະ ໂຢຊິດະ ສະກັດບານໄວ້ໄດ້ແລະບານໄຫຼມາທາງ ອອງໂຕນີ ມາກຊິຍັລ ໄດ້ລ໊ອກຫຼອກແນວຮັບຂອງ ເຊົາແຮມຕັນ ກ່ອນຍິງດ້ວຍຊ້າຍເຂົ້າໄປແບບສວຍງາມ ຈົບເຄີ່ງເວລາທຳອິດສະເໝີ 1-1 ປະຕູ

ໃນເຄີ່ງເວລາທີ 2 ໃນນາທີທີ່ 51 ແມນຢູ ແຊງຂື້ນນຳ 2-1 ຈາກຈັງຫວະທີ່ ມາຢະ ໂຢຊິດະ ສົ່ງບານຄືນຫຼັງພາດຖືກ ອອງໂຕນີ່ ມາກຊິຍັລ ຍາດບານໄປໄດ້ກ່ອນຫຼຸດເຂົ້າໄປຍິງຜ່ານມື ສະເຕ ເຄເລນເບີກ ສຽບເສົາເຂົ້າໄປ

ໃນນາທີທີ່ 68 ແມນຢູ ນຳຫ່າງອອກໄປອີກ 3-1 ປະຕູ ຈາກຈັງຫວະທີ່ ບາສຕຽນ ຊະໄວສະໄຕເກີ ສົ່ງບານຜ່ານເຂົ້າໄປໃຫ້ ເມມຟິສ ເດປາຍ ບານໄປຕຳເສົາແຕ່ກະເດັນມາຫາ ກວນ ມາຕ້າ ຍິງຊ້ຳເຂົ້າໄປ

ໃນນາທີທີ່ 86 ເຊົາແຮມຕັນ ມາໄດ້ປະຕູໄລ່ຂືນມາເປັນ 2-3 ປະຕູ ຈາກລູກທີ່ ຊາດິໂອ ມາເນ່ ພາບານຂື້ນມາທາງເບື້ອງຂວາກ່ອນຈະຢອດເຂົ້າກາງເຂດໂທດ ກຣາເຊຍໂນ່ ເປເລ່ ຂື້ນໂໝ່ງເນັ້ນໆເຂົ້າປະຕູໄປ ຈົບເກມ 90 ນາທີ ເຊົາແຮມຕັນ ບໍ່ສາມາດຍິງປະຕູເພີ່ມເສຍຄາບ້ານຕົວເອງໃຫ້ກັບແມນຢູ 2-3 ປະຕູ ເຮັດໃຫ້ແມນຢູຂື້ນເປັນຮອງຈ່າຝູງຂອງລີກ

12944