ປູເປ້ The WOW LAO ຄົນທຳອິດຂອງເມືອງລາວ ກັບການຖ່າຍປົກວາລະສານ WOW

ຕ້ອນຮັບປີໃໝ່ 2017 ກັບການອັບເດດຂ່າວບັນເທີງ ກັບ ລາວໂພສຕ໌ ມື້ນີ້ແອັດມິນກໍ່ຈະມາອັບເດດຂ່າວເບົາໆຂອງວົງການບັນເທີງບ້ານເຮົາ ເຊິ່ງເປີດຕົ້ນປີ ເຮົາຈະມາເບິ່ງຜົນງານຂອງສາວງາມ ຈາກລາຍການປະກວດ The WOW LAO ແລະ ຜົນງານການຖ່າຍແບບຂອງ ສາວ ປູເປ້ ຈາກທີມແອັງເຈີ ເລີດີ້ The WOW LAO ຄົນທຳອິດຂອງເມືອງລາວ

ທ່ານອາດຈະເຄີຍເຫັນຜົນງານຂອງ ສາວປູເປ້ ຜ່ານຕາໄປແລ້ວເມື່ອປີທີ່ຜ່ານບໍ່ວ່າຈະເປັນການຖ່າຍແບບ, ເດີນແບບ, ການໄປອອກລາຍໂທລະພາບທາງຊ່ອງ ເພື່ອນບ້ານ ແລະ ການເປັນພຣີເຊັນເຕີ ຄຣີນິກເສີມຄວາມງາມ ເຊິ່ງພັດທະນາການຄວາມງາມຂອງນາງສັງເກດໄດ້ວ່າ ນາງມີຄວາມແຊ໊ບເພີ່ມຂຶ້ນທຸກມື້ ຈົນຕອນນີ້ມີແຟນຄັລບທັງຝັ່ງລາວ ແລະ ຝັ່ງເພື່ອນບ້ານ ຕ່າງມີຄວາມເຫັນວ່ານາງມີຄວາມຄ້າຍຄື ກັບນາງເອກຊຸ໊ບຕາຂອງເມືອງໄທ “ເຈນນີ ທຽນໂພສຸວັນ”

2651

ຖືວ່າກະແສຂອງສາວ ປູເປ້ ຣ໊ອດແບບບໍ່ທຳມະດາເລີຍ ເຊິ່ງເປັນຄົນໜຶ່ງທີ່ໜ້າຕິດຕາມຜົນງານໃນວົງການບັນເທີງ ເພາະມີແວວນາງຈະເດີນໄປໄດ້ໄກໃນວົງການສາຍນີ້ ແລະ ຕອນນີ້ນາງກໍ່ມີຜົນງານການຖ່າຍແບບໃຫ້ ວາລະສານ WOW ເຊິ່ງຮູບພາບຂອງນາງ ຈະແຊ໊ບຂະໜາດໃດເຮົາມາເບິ່ງນຳກັນເລີຍ

7170 3855 4677

ພາບປະກອບຈາກ: The WOW LAO

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!