ປູຕິນ ແລະ ສີຈິ້ນຜິງ ປະກາດຮ່ວມມືຮອບດ້ານລະຫວ່າງສອງປະເທດ

0
1338

ປູຕິນ ປະທານາທິບໍດີລັດເຊຍ  ແລະ ສີຈິ້ນຜິງ ປະທານາທິບໍດີຈີນ ໄດ້ອອກຖະແຫຼງການຮ່ວມ ປະກາດຄວາມຮ່ວມມືທາງຍຸດທະສາດຢ່າງເລິກເຊິ່ງລະຫວ່າງລັດເຊຍ ແລະ ຈີນ ເພື່ອຕໍ່ຕ້ານການຂະຫຍາຍອິດທິພົນຂອງອົງການສົນທິສັນຍາປ້ອງກັນແອດແລນຕິກເໜືອ (ນາໂຕ) ພາຍຫຼັງຜູ້ນໍາລັດເຊຍ ແລະ ຈີນ ໄດ້ມີການປະຊຸມຫາລືກັນເປັນຄັ້ງທໍາອິດໃນຮອບ 2 ປີ ໃນໂອກາດທີ່ປະທານາທິບໍດີປູຕິນເດີນທາງມາຮ່ວມໃນພິທີເປີດກິລາໂອລິມປິກລະດູໜາມທີ່ເມືອງປັກກິ່ງ ເມື່ອວັນທີ 4 ກຸມພາ 2022

ຖະແຫຼງການຮ່ວມຂອງລັດເຊຍ ແລະ ຈີນໄດ້ຢືນຢັນໃຫ້ເຫັນຄວາມສໍາຄັນໃໝ່ລະຫວ່າງລັດເຊຍ ແລະ ຈີນ, ທັງໃນດ້ານການເມືອງ ໂດຍເນື້ອໃນການຖະແຫຼງຍັງໄດ້ກ່າວເຖິງການຮ່ວມມືກັນຂອງຈີນ ແລະ ລັດເຊຍ ເພື່ອສ້າງສົມດຸນ.

ຖະແຫຼງການຂອງຜູ້ນໍາຈີນ ແລະ ລັດເຊຍກ່າວ “ມິດຕະພາບລະຫວ່າງສອງປະເທດທີ່ບໍ່ມີຂີດຈໍາກັດ ແລະ ມີການຮ່ວມມືກັນໃນທຸກໆພື້ນທີ່” ພ້ອມກັນນັ້ນຍັງປະກາດຮ່ວມມືຂອງສອງປະເທດໃນເລື່ອງຕ່າງໆເຊັ່ນ ການປ່ຽນແປງຂອງພູມອາກາດ, AI ແລະ ການຄວບຄຸມອິນເຕີເນັດ