ປູຕິນ ຮັດແໜ້ນສາຍສຳພັນກັບ ກຸຍບາ

10553502_531466596980948_4485000624790415925_n

 

ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງລັດເຊຍ ສວມກອດປະທານາທິບໍດີ ຣາອູລ ຄາສໂຕຣ ຂອງກຸຍບາ ໃນລະຫວ່າງການພົບປະທີ່ທຳນຽບການປະຕິວັດ ນະຄອນຫຼວງຮາວານາ ເມື່ອວັນທີ 11 ກໍລະກົດ 2014 ທີ່ຜ່ານມາ.

ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງລັດເຊຍ ຮັບປາກຈະຊ່ວຍຟື້ນຟູອຸດສາຫະກຳສຳຫຼວດນ້ຳມັນນອກຊາຍຝັ່ງຂອງກຸຍບາ ຫຼັງຈາກທີ່ກ່ອນໜ້ານີ້ໄດ້ປະກາດ ຍົກໜີ້ ສະໄໝສະຫະພາບໂຊວຽດໃຫ້ແກ່ກຸຍບາເຖິງ 90% ເຊິ່ງເປັນມູນຄ່າສູງເຖິງ 32,000 ລ້ານໂດລາສະຫະລັດ ມາແລ້ວ ນັບເປັນຄວາມພະຍາຍາມຂອງຜູ້ນຳລັດເຊຍທີ່ຈະສ້າງອິດທິພົນແຖບອາເມລິການລາຕິນ ຕ້ານການຂວ້ຳບາດຂອງຊາດຕາເວັນຕົກ.

ທ່ານປູຕິນ ຍັງຮັບປາກຈະປ່ຽນສະພາບ ໜີ້ ສ່ວນທີ່ເຫຼືອຂອງກຸຍບານຳອີກປະມານ 3,500 ລ້ານໂດລາສະຫະລັດ ເປັນເມັດເງິນລົງທຶນໃນໂຄງການໃຫຍ່ໆ ແລະຍັງໄດ້ພົບກັບອິກໍ ເຊຊິນ ປະທານບໍລິັສັດ ຣອສເນບຕ໌ (Rosneft) ລັດວິສາຫະກິດພະລັງງານຂອງລັດເຊຍ ເຊິ່ງໄດ້ເດິນທາງໄປຍັງນະຄອນຫຼວງຮາວານາເຊັ່ນດຽວກັນເພື່ອລົງນານຂໍ້ຕົກລົງສຳຫຼວດນ້ຳມັນນອກຊາຍຝັ່່ງຕອນເໜືອຂອງກຸຍບາ.

ທ່ານ ປູຕິນ ໄດ້ເຂົ້າພົບອະດີດປະທານາທິບໍດີ ຟິເດລ ຄາສໂຕຣ ໄວ 87 ປີ ບິດາແຫ່ງການປະຕິວັດກຸຍບາ ໂດຍໄດ້ຫາລືກ່ຽວກັບກິດຈະການລະຫວ່າງປະເທດເສດຖະກິດໂລກ ແລະຄວາມສຳພັນລະຫວ່າງມົສກູແລະຮາວານາເປັນເວລາ 1 ຊົ່ວໂມງ.

ລັດຖະບານກຸຍບາໄດ້ມອບຫຼຽນເຊີດຊູກຽດ “ໂຄເຊ ມາຕີ” ເຊິ່ງເປັນການຍ້ອງຍໍຊັ້ນສູງສຸດຂອງປະເທດກຸຍບາ.