ປີ 2019 ນັກທ່ອງທ່ຽວຈີນນິຍົມທ່ຽວກຳປູເຈຍເພີ່ມຂຶ້ນ ສ້າງສະຖິຕິໃໝ່

ສຳນັກຂ່າວປະເທດຈີນລາຍງານວ່າ ກະຊວງການທ່ອງທ່ຽວຂອງກຳປູເຈຍໄດ້ລາຍງານປະລິມານນັກທ່ອງທ່ຽວຊາວຈີນທີ່ເດີນທາງໄປທ່ຽວກຳປູເຈຍໃນໄຕມາດທຳອິດຂອງປີ 2019 ມີ 683.436 ຄົນ ເປັນຈຳນວນເພີ່ມຂຶ້ນ 35.1%.

ຕາມການລາຍງານລະບຸວ່າ ຊາວຈີນຍັງຄົງເປັນເປົ້າໝາຍຫຼັກຂອງກຸ່ມນັກທ່ອງທ່ຽວຕ່າງຊາດຂະໜາດໃຫຍ່ທີ່ສຸດຂອງກຳປູເຈຍ ເຊິ່ງມີອັດຕາສ່ວນເຖິງ 36.4% ຂອງນັກທ່່ອງທ່ຽວຕ່າງຊາດທັງໝົດທີ່ເຂົ້າມາທ່ຽວກຳປູເຈຍໃນໄລຍະເດືອນມັງກອນ- ເດືອນມີນາທີ່ຜ່ານມາ. ຂະນະທີ່ປະລິມານນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າມາທ່ຽວກຳປູເຈຍໃນໄຕມາດທຳອິດຂອງປີນີ້ມີ 1.87 ລ້ານຄົນ ເຊິ່ງມີອັດຕາເພີ່ມຂຶ້ນ 9.7% ຖ້າທຽບໃສ່ຊ່ວງເວລາດຽວກັນຂອງປີກ່ອນ.

ລັດຖະມົນຕີປະຈຳກະຊວງເປີດເຜີຍກັບສຳນັກຂ່າວຊິນຫົວວ່າ ກຳປູເຈຍຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຊາວຈີນໃຫ້ໄດ້ຈຳນວນ 3 ລ້ານຄົນ ພາຍໃນປີ 2020 ແລະ ເພີ່ມຂຶ້ນເປັນ 5 ລ້ານຄົນພາຍໃນປີ 2025.

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ www.sanook.com