ປີ 2018 ລາວຈຳໜ່າຍກະແສໄຟຟ້າໄປຕ່າງປະເທດມູນຄ່າກວ່າ 1 ພັນລ້ານໂດລາ

ຂະ­ແໜງ​ໄຟ­ຟ້າ ເປັນ​ຂະ­ແໜງ​ໜຶ່ງ​ທີ່​ມີ​ທ່າ­ແຮງ​ໃນ​ການ​ສ້າງ​ລາຍ​ຮັບ​ໃຫ້​ປະ­ເທດ​ຊາດ ຈາກ​ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ຮັບ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ຂາຍ​ຕ່າງ­ປະ­ເທດ ໃນໄລຍະ 9 ເດືອນ. ປີ 2018 ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ປະ­ຕິ­ບັດ​ໄດ້ແມ່ນ 24.609 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 11.875 ຕື້​ກີບ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ ເພີ່ມ​ຂຶ້ນ 6,88%; ທຽບ­ໃສ່​ແຜນ​ປີ 2018 ປະ­ຕິ­ບັດ​ໄດ້ 77,51% ການ­ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ປະ­ຕິ­ບັດ​ໄດ້ 4.194 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 393 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 3.200 ຕື້​ກີບ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 21,66% ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 72,85%.

ການ­ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ໄປ​ຕ່າງ­ປະ­ເທດໄດ້ 19.616 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 1.026 ລ້ານ​ໂດ​ລາ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 3,72% ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ​ໄດ້ 76,35%, ການ​ພັດ­ທະ­ນາ​ລະ­ບົບ​ສາຍ​ສົ່ງ ແລະ ສະ­ຖາ­ນີ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ແຂງ­ແຮງ ແລະ ເປັນ​ລະ­ບົບ. ປັດ­ຈຸ­ບັນ, ທົ່ວ​ປະ­ເທດ​ມີ​ລະ­ບົບ​ສາຍ​ສົ່ງ​ທີ່​ສ້າງ​ສຳ­ເລັດ​ຍາວ​ຫຼາຍ​ກວ່າ 60.000 ກິ­ໂລ­ແມັດ ແລະ ລະ­ບົບ​ສະ­ຖາ­ນີ​ໄຟ­ຟ້າ 68 ແຫ່ງ.

ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກ່າວ​ວ່າ: ປັດ­ຈຸ­ບັນ​,​ ທົ່ວ​ປະ­ເທດ​ມີ​ແຫຼ່ງ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ 61 ແຫ່ງ ກຳ­ລັງ​ຕິດ​ຕັ້ງ 7.207,24 ເມ​ກາ​ວັດ ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້ 37.366,66 ກິ​ກາ​ວັດ​ໂມງ​ຕໍ່​ປີ; ໃນ​ນີ້, ມີ​ເຂື່ອນ​ຂະ­ໜາດ​ກາງ-ຂະ­ໜາດ​ໃຫຍ່ 32 ແຫ່ງ, ເຂື່ອນ​ຂະ­ໜາດ​ນ້ອຍ (15 ເມ​ກາ​ວັດ​ລົງ​ມາ) 21 ແຫ່ງ, ໂຮງ​ຜະ­ລິດ​ໄຟ­ຟ້າ​ຖ່ານ​ຫີນ 1 ແຫ່ງ, ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ​ທົດ​ແທນ 2 ແຫ່ງ ແລະ ໂຮງ​ຜະ­ລິດ​ໄຟ­ຟ້າ​ແສງ​ຕາ­ເວັນ 5 ແຫ່ງ; ໂຄງ­ການ​ແຫຼ່ງ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ທີ່​ກຳ­ລັງ​ກໍ່­ສ້າງ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ປີ 2019-2020 ມີ 36 ໂຄງ­ການ ກຳ­ລັງ​ຕິດ​ຕັ້ງ 4.184,10 ເມ​ກາ​ວັດ ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້ 20.892,99 ກິ​ກາ​ວັດ​ໂມງ​ຕໍ່​ປີ; ໃນ​ນີ້, ເຂື່ອນ​ຂະ­ໜາດ​ກາງ-ຂະ­ໜາດ​ໃຫຍ່ ມີ 14 ໂຄງ­ການ ແລະ ເຂື່ອນ​ຂະ­ໜາດ​ນ້ອຍ (15 ເມ​ກາ​ວັດ​ລົງ​ມາ) 22 ໂຄງ­ການ; ​ນອກ​ນີ້, ຍັງ​ໄດ້​ສຳ­ເລັດ​ກໍ່­ສ້າງ​ລະ­ບົບ​ສາຍ​ສົ່ງ​ໄຟ­ຟ້າ​ແຮງ​ດັນ​ຕໍ່າ 0.4, ແຮງ​ດັນ​ກາງ 22 ກິ​ໂລ​ໂວນ ແລະ ແຮງ​ດັນ​ສູງ 115 ກິ​ໂລ​ໂວນ, 230 ກິ​ໂລ​ໂວນ ແລະ 500 ກິ​ໂລ​ໂວນ 61.918,5 ກິ­ໂລ­ແມັດ ແລະ ມີ 68 ສະ­ຖາ­ນີ​ຈຳ­ໜ່າຍ​ໄຟ­ຟ້າ​ໃນ​ທົ່ວ​ປະ­ເທດ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່
ຮູບປະກອບ: tonamcha