ປິດເສັ້ນທາງ ຍ້ອນຊັອກໂກແລັດໄຫຼ

0
2328

ເຈົ້າໜ້າທີ່ໃນພື້ນທີ່ເມືອງ ເວສຕັນເນັນ ທາງພາກຕາເວັນຕົກຂອງປະເທດເຢຍລະມັນ ແຈ້ງວ່າ: ມີການປິດເສັ້ນທາງໃນເມືອງ ຫຼັງຈາກເກີດເຫດຊັອກໂກແລັດຈໍານວນຫຼາຍໄຫຼຈາກຖັງເກັບໃນໂຮງງານຜະລິດຊ໋ອກໂກແລດ DreiMeister ລົ້ນອອກມາລົງທົ່ວເສັ້ນທາງ.

ຈາກເຫດການດັ່ງກ່າວ, ເວລາຕໍ່ມາເຮັດໃຫ້ຊັອກໂກແລັດກໍ່ຕົວແຂງຢ່າງໄວວາ ແລະ ນັກດັບເພີງ 25 ຄົນຕ້ອງໄດ້ຊ່ວຍກັນເລັ່ງມືກວດລ້າງຊັອກໂກແລັດທີ່ໄຫຼໃນພື້ນທີ່ກວ້າງປະມານ 10 ເຮັກຕາ ໂດຍໃຊ້ຊ້ວນ, ນໍ້າຮ້ອນ ແລະ ເຄື່ອງພົ່ນໄຟລ້າງອອກ. ດ້ານພະນັກງານໂຮງງານຜະລິດຊ໋ອກໂກແລດ DreiMeister ກໍໄດ້ລົງມືຊ່ວຍໃນການປະຕິບັດງານຄັ້ງນີ້ດ້ວຍ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: bbc.com