ປິດການສັນຈອນເສັ້ນທາງຜົ້ງສາລີ ຫາ ເມືອງບຸນເໜືອ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ອອກແຈ້ງການປິດການສັນຈອນບາງເວລາ ເສັ້ນທາງຜົ້ງສາລີ ຫາ ເມືອງບຸນເໜືອ ແຕ່ກິໂລແມັດທີ 29+000 ຫາ ກິໂລແມັດທີ 38+00 ເພື່ອຂະຫຍາຍໜ້າທາງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ ລວມ 9 ກິໂລແມັດ, ເມື່ອບໍ່ດົນມານີ້.

ການປິດເສັ້ນທາງດັ່ງກ່າວ ນີ້ ແມ່ນປະຕິບັດທຸກໆມື້ນັບແຕ່ເດືອນ ພະຈິກ 2020 ຫາ ເດືອນເມສາ 2021, ເວລາປິດແມ່ນ 9:30:10:00ໂມງ, 12:00-13:00ໂມງ, 14:00-15:00ໂມງ, 17:00-19:00ໂມງ ແລະ 21:00-8:00ໂມງ.

ຜູ້ປະສານງານຂອງວຽກກໍ່ສ້າງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ທ່ານ ແສງເດືອນ ໄດ້ກ່າວຕໍ່ ທີມງານວຽງຈັນທາມໃນວັນທີ 27 ພະຈິກນີ້ວ່າ: ການປິດສັນຈອນເສັ້ນທາງບາງເວລາຍ້ອນວ່າມີການກໍ່ສ້າງຂະຫຍາຍໜ້າທາງ ຈາກ 5 ແມັດເປັນ 7 ແມັດ ບາງເຂດກໍ່ 8-9 ແມັດ. ການກໍ່ສ້າງມີຄວາມຫຍຸ້ງຍາກ ແລະ ຊັກຊ້າຫຼາຍເພາະເສັ້ນທາງຈຸດດັ່ງກ່າວເປັນ ຕີນພູ ຄ້ອຍຊັນ ບາງໄລຍະເປັນເຫວເລິກ ຈໍາເປັນຕ້ອງໄດ້ໃຊ້ຄວາມລະມັດລະວັງເປັນພິເສດ. ການຂະຫຍາຍເສັ້ນທາງຊ່ວງດັ່ງກ່າວນີ້ມີມູນຄ່າ 8 ລ້ານໂດລາ ໂດຍການກູ້ຢືມຈາກຕ່າງປະເທດຊຶ່ງຈະມີການປູຢາງ ບາງເຂດກໍ່ຈະມີການກໍ່ ສ້າງຮ່ອງລະບາຍນໍ້າ ແລະ ຄາດວ່າໜ້າວຽກຕ່າງໆຈະສໍາເລັດກ່ອນເດືອນເມສາ 2021. ໂຄງການດັ່ງກ່າວແມ່ນນອນໃນໂຄງການຍົກຍ້າຍເທດສະບານແຂວງຜົ້ງສາລີ ມາຢູ່ເມືອງບຸນເໜືອ.

ຮຽບຮຽງຂ່າວ: ພຸດສະດີ