ປາບຄໍຣັບຊັ່ນ! ຫວຽດນາມຈັບ 2 ນາຍທະນາຄານໃຫຍ່ ພ້ອມອອກໝາຍຈັບນາຍທະນາຄານ 16 ຄົນລວດ!

ທ່ານ ເຈິ່ມ ເບ ອະດີດຮອງປະທານ ທະນາຄານ Sacombank (ຊ້າຍ) ແລະ ທ່ານ ຟານກີຄາງ ອະດີດຜູ້ອຳນວຍການໃຫຍ່ ທະນາຄານ Sacombank (ຂວາ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫານີ້ວ່າ ທາງການຫວຽດນາມ ໄດ້ດຳເນີນການຈັບກຸມ ນາຍທະນາຄານອາວຸໂສ 2 ຄົນ ພ້ອມທັງອອກໝາຍຈັບນາຍທະນາຄານອີກ 14 ຄົນ ຈາກທະນາຄານຂອງລັດ ແລະ ເອກະຊົນຫລາຍແຫ່ງ ລວມທັງໝົດ 16 ຄົນ ໃນຂໍ້ຫາກະທຳຄວາມຜິດໂດຍເຈຕະນາ ສົມຮູ້ຮ່ວມຄິດກັບທະນາຄານເອກະຊົນ Vietnam Construction ຫລີກລ່ຽງກົດໝາຍໃນການກູ້ຢືມເງິນ ຈົນກໍ່ໃຫ້ເກີດຄວາມສູນເສຍ ເປັນຈຳນວນເງິນ 660 ລ້ານໂດລາ ຊຶ່ງເປັນການເຈຕະນາລະເມີດກົດລະບຽບຂອງລັດ ໃນການຄຸ້ມຄອງເສດຖະກິດ ອັນກໍ່ໃຫ້ເກີດຜົນຮ້າຍແຮງ.

ນາຍທະນາຄານອາວຸໂສ 2 ຄົນທີ່ຖືກຈັບກຸມໃນມື້ວານນີ້ (1 ສິງຫາ) ມີທ່ານ ເຈິ່ມ ເບ ອະດີດຮອງປະທານ ທະນາຄານ Sacombank ແລະ ທ່ານ ຟານກີຄາງ ອະດີດຜູ້ອຳນວຍການໃຫຍ່ ທະນາຄານ Sacombank ຊຶ່ງທັງສອງຄົນ ຫາກໍຖືກປົດຕຳແໜ່ງຈາກທະນາຄານດັ່ງກ່າວ ຊຶ່ງເປັນທະນາຄານເອກະຊົນທີ່ມີຊື່ສຽງຢູ່ຫວຽດນາມ ເມື່ອເດືອນທີ່ຜ່ານມາ.

ທັງນີ້, ການຈັບກຸມ ແລະ ອອກໝາຍຈັບ ນາຍທະນາຄານລະດັບສູງຈຳນວນຫລາຍດັ່ງກ່າວ ເປັນໄປຕາມນະໂຍບາຍຂອງລັດຖະບານຫວຽດນາມ ໃນການດຳເນີນການປາບປາມຜູ້ກະທຳຜິດ ໃນພາກອຸດສາຫະກຳຂອງປະເທດ ອັນເປັນໜຶ່ງໃນຄວາມພະຍາຍາມ ໃນການແກ້ໄຂບັນຫາການສໍ້ລາດບັງຫລວງ ຂອງພັກກອມມູນິດຫວຽດນາມ.