ປາກະເບນຍັກປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ ນ້ຳໜັກ 300ກິໂລ ໃນນ້ຳຂອງ

0
816

ພົບປາກະເບນຍັກໃນນ້ຳຂອງ ນ້ຳໜັກ 300ກິໂລ ທຳລາຍສະຖິຕິປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ.

ນັກວິທະຍາສາດພົບປາກະເບນຍັກ ໃນນ້ຳຂອງທາງຝັ່ງຂອງກຳປູເຈຍ ທຳລາຍສະຖິຕິປານ້ຳຈືດທີ່ໃຫຍ່ທີ່ສຸດໃນໂລກ ພ້ອມໃຫ້ສັນຍານວ່າ ສະພາບແວດລ້ອມຍັງດີຢູ່.

ສຳນັກຂ່າວ ບີບີຊີ ລາຍງານວ່າ: ອົງກອນ “Wonders of the Mekong” ເປັນໂຄງການວິໄຈຮ່ວມລະຫວ່າງກຳປູເຈຍກັບອາເມຣິກາ ໃນວັນຈັນ ທີ 20 ມິຖຸນາທີ່ຜ່ານມາ ມີຄົນຫາປາໃນເມືອງສະຕຣຶງເຕຣງ ໃນແຖບລຸ່ມແມ່ນ້ຳຂອງຝັ່ງປະເທດກຳປູເຈຍ ຈັບປາກະເບນໄດ້ ມີຄວາມຍາວ 3.98 ແມັດ ກວ້າງ 2.2 ແມັດ ແລະ ນ້ຳໜັກ 300 ກິໂລ.

ການຄົ້ນພົບໃນເທື່ອນີ້ ໄດ້ບັນທຶກຂໍ້ມູນປາໄວ້ ແລະ ເປັນສັນຍານອັນດີຂອງແມ່ນ້ຳຂອງ ທີ່ຍັງມີປາໃຫຍ່ແບບນີ້ຍັງຢູ່.