ປັບໃໝມືກົນ “ເຊສນີ່” ທີ່ຖືກຈັບໄດ້ວ່າສູບຢາໃນຫ້ອງອາບນໍ້າ

imagesjj

”  ເດິ ມິຣ໌ເຣີຣ໌ ” ສື່ດັງຂອງແດນຜູ້ດີ ລາຍງານວ່່າ ” ປືນໃຫຍ່ ” ອາຣ໌ເຊນ່ອລ ສັ່ງປັບເງິນ ວອຍຊຽດ ເຊສນີ່ ຜູ້ຮັກສາປະຕູຊາວໂປແລນດ໌ ຈໍານວນ 20.000 ປອນດ໌  ຫຼືປະມານ  251 ລ້ານກີບ  ຈາກຂໍ້ຫາສູບຢາໃນຫ້ອງອາບນໍ້າ ຫຼັງເກັມທີ່ເສຍ ຊາວແຮັມປ໌ຕັນ 0-2 ເມື່ອວັນປີໃໝ່ທີ່ຜ່ານມາ

ອີງຕາມລາຍງານຂ່າວລະບຸວ່າ ເຊສນີ່ ຖືກຈັບໄດ້ວ່າລັກສູບຢາໃນຫ້ອງອາບນໍ້າຫຼັງຈົບເກັມ  ຊຶ່ງເລື່ອງນີ້ເຮັດໃຫ້ ອາຣ໌ແຊນ ເວນເກີຣ໌ ຜູ້ຈັດການທີມ ປຶນໃຫຍ່ ຫົວເສຍຍິ່ງຂຶ້ນອີກຫຼັວຈາກທີ່ ມືກົນວ 24 ປີ ຫຼິ້ນຜິດພາດຫຼາຍຄັ້ງ ຈົນເຮັດໃຫ້ທີມເສຍໃຫ້ກັບ ຊາວແຮັມປ໌ຕັນ ແບບໝົດສະພາບ

ທັງນີ້ ອາຣ໌ເຊນອລ ຈະລົງໂທດ ເຊສນີ່ ຕໍ່ໄປ ດ້ວຍການບໍ່ສົ່ງນາຍທວາຣໄວ 24 ປີ ລົງເຝຝົ້າເສົາໃນເກັມທີ່ອາຣ໌ເຊນອລ ຈະເປີດບ້ານຮັບມື ສະໂຕກ ຊີຕີ ວັນທີ 11 ມັງກອນທີ່ຈະມາເຖີງນີ້ ອີກດ້ວຍ, ອີກຢ່າງ ມືກົນ ດີກີຣທີມຊາດໂປແລນດ໌  ຖືເປັນຕົນອົມຄວັນຜູ້ໜຶ່ງ ຂອງວົງການບານເຕະຫຼັງຈາກເຄີຍຖືກ   ນັກຂ່າວຈັບພາບໄດ້ວ່າສູບຢາໃນທີ່ສາທາລະນະມາແລ້ວ.

>>http://www.sanook.com/hot/category/sport/