ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 10 ພະຈິກ 2021

0
1107

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 9 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,703 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,140 ຄົນ (ຕິດເຊື້ອພາຍໃນ ມີ 1,134 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,134 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 671 ຄົນ: ມາຈາກ 185 ບ້ານ, ໃນ 7 ເມືອງ
• ​ເມືອງຈັນທະບູລີ ມີ 16 ບ້ານ (61 ຄົນ)
• ​ເມືອງສີໂຄດຕະບອງ ມີ 40 ບ້ານ (104 ຄົນ)
• ​ເມືອງໄຊເສດຖາ ມີ 32 ບ້ານ (116 ຄົນ)
• ​ເມືອງສີສັດຕະນາກມີ 12 ບ້ານ (39 ຄົນ)
• ​ເມືອງ ນາຊາຍທອງ ມີ 12 ບ້ານ (19 ຄົນ)
• ​ເມືອງໄຊທານີ ມີ 51 ບ້ານ (226 ຄົນ)
• ​ເມືອງຫາດຊາຍຟອງ ມີ 21 ບ້ານ (44 ຄົນ)
• ​ຕ່າງແຂວງ (03 ຄົນ)
• ​ຍັງສືບຕໍ່ເອົາຂໍ້ມູນ 59 ຄົນ
2. ຫຼວງພະບາງ ມີ 157 ຄົນ ໃນ 39 ບ້ານ ແລະ 9 ເມືອງ
3. ແຂວງວຽງຈັນ ມີ 71 ຄົນ ໃນ 31 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 29 ຄົນ ໃນ 17 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 13 ຄົນ ໃນ 3 ເມືອງ
6. ໄຊຍະບູລີ ມີ 60 ຄົນ ໃນ 18 ບ້ານ ແລະ 2 ເມືອງ
7. ຈຳປາສັກ ມີ 27 ຄົນ
8. ອຸດົມໄຊ ມີ 20 ຄົນ ໃນ 11 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 17 ຄົນ ໃນ 9 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 7 ຄົນ ໃນ 5 ບ້ານ ແລະ 2 ເມືອງ
11. ຄຳມ່ວນ ມີ 19 ຄົນ ໃນ 5 ບ້ານ ແລະ 1 ເມືອງ
12. ສະຫວັນນະເຂດ ມີ 25 ຄົນ ໃນ 10 ບ້ານ ແລະ 3 ເມືອງ
13. ບໍ໋ແກ້ວ ມີ 13 ຄົນ
14. ສາລະວັນ ມີ 3 ຄົນ
15. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຈາກ ແຂວງສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 5 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50,032 ຄົນ, ເສຍຊີວິດສະສົມ 91 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 459 ຄົນ, ກໍາລັງປິ່ນປົວ 9,591 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
-​ພະຍາດປະຈໍາຕົວ: ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
-​ວັນທີ 25 ຕຸລາ 2021: ຜົນກວດພົບເຊື້ອ
-​ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກ
ປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ ແຕ່ມາຮອດເວລາ 09:00 ໂມງ ຂອງວັນ
ທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6
-​ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.
-​ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.

ຜູ້ທີ 2: ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
-​ພະຍາດປະຈໍາຕົວ: ຫືດ ແລະ ຄວາມດັນເລືອດສູງ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍ
ຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍ
ແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19​ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ
ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30
ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມ
ສາມາດ ແຕ່ອາການບໍ່ດີຂື້້ນ
-​ມາຮອດເວລາ 00:45 ໂມງ ຂອງວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊິວິດຫ