ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ປະຈໍາ ວັນທີ 21 ກັນຍາ 2021

0
2176

ຕາມການລາຍງານຂອງຄະນະສະເພາະກິດ ປະຈໍາວັນທີ 21 ກັນຍາ 2021 ມີຜູ້ຕິດເຊື້ອໃໝ່ທັງໝົດ 331 ຄົນ, ຊຸມຊົນ 296 ແລະ ນໍາເຂົ້າ 35 ຄົນ. ເຊິ່ງຜູ້ຕິດເຊື້ອໃນຊຸມຊົນມີລາຍລະອຽດດັ່ງນີ້:

1. ນະຄອນຫຼວງ 176 ຄົນ:

1). ກຸ່ມ ໂຮງງານ ອານພີ ລາວ(ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72 ຕຢ; positive rate ເທົ່າ ກັບ 37.6% (72/191).

2). ຈຸດເກັບຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04ຕົວຢ່າງ ຂໍ ກວດຄືນໃຫມ່)

3). ໂຮງຫມໍເຊດຖາທິລາດ ແລະ ໂຮງຫມໍ ເດັກ (ກວດຢູ່ IPL) ໃຫ້ຜົນບວກ 19 ຄົນ (ໂຮງຫມໍ ເດັກ
01 ແລະ ເສດຖາ 18) ຄື:
– ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ ( 05ບ້ານ) – ເມືອງ ຈັນທະບູລີ ມີ 03 ຄົນ (ຈາກ 03 ບ້ານ)
Page 6 of 19
– ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ) – ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄຕ້) – ເມືອງໄຊທານີ 4 ຄົນ ( ມີ 03 ບ້ານ)
– ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ) – ເມືອງ ນາຊາຍທອງ 01 (ບ້ານ ນາຄູນນ້ອຍ) 4) ຈຸດມໍປາຍ ສີໂຄດ ແລະ ໂຮງຫມໍມະໂຫສົດ (ກວດຢູ່ ລົມຣູ ມະໂຫສົດ): ໃຫ້ຜົນບວກ 12 ຄົນ, 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງຫມໍ ມະໂຫສົດ. 5). ເມືອງນາຊາຍທອງ (ທີມ1 ແລະ 2) ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25,8% (37/143); ກຸ່ມນີ້ແມ່ນ ເກັບຈາກກຸ່ມສໍາຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ ໂຮງງານ ຕັດຫຍິບ ທີໂອ (ຊື່ງກ່ອນຫນ້າ ນີ້ ແມ່ນ ມີແມ່ຄ້າ ຂາຍເຄື່ອງຫນ້າໂຮງງານ ຕິດເຊື້ອ).

2. ຄໍາມ່ວນ 28 ຄົນ:
– ທ່າແຂກ 24 ຕົວຢ່າງ – ຍົມະລາດ 2 ຕົວຢ່າງ
– ເຊບັ້ງໄຟ 3 ຕົວຢ່າງ
– ຫນອງບົກ 4 ຕົວຢ່າງ
– ຫີນບູນ 1 ຕົວຢ່າງ
– ໄຊບົວທອງ 1 ຕົວຢ່າງ

3. ສາລະວັນ 3 ຄົນ: (ບ້ານຫນອງເຜີ້ງ, ບ້ານຫຼັກ ສອງ ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ ແລະ ທັງຫມົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18 ກັນຍາ 2021 ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ.

4. ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ.

5. ວຽງຈັນ 6 ຄົນ: ເຈົ້າຫນ້າທີ່ ຕໍາຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງ ວຽງ ແລະ ໃນວັນທີ 14 ກັນຍາ 2021 ພີ່ນ້ອງ ໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ ທີ 19 ກັນຍາ 2021, ທັງຫມົດ 06 ຄົນ ຈື່ງໄດ້ໄປເກັບຕົວຢ່າງ ແລະ ວັນທີ 20 ກັນຍາ 2021 ຜົນກວດອອກມາພົບເຊື້ອ.

6. ຊຽງຂວາງ 8 ຄົນ: ຈາກຊຸມຊົນ ເປັນກໍລະນີສໍາຜັດຈາກຜູ້ຕິດເຊື້ອທີ່ລາຍງານກ່ອນຫນ້ານີ້ (ມີ ຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງ ໄປຈາກ ນະຄອນຫລວງວຽງຈັນ ແລະຈໍາປາສັກ)

7. ສະຫວັນນະເຂດ 7 ຄົນ:
– ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານຫມໍ ແລະ ເພດຍິງ ອາຍຸ 34
ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນ ທີ 9 ສີງຫາ 2021 ແລະ ອອກຈາກສູນ ໃນວັນທີ 2 ກັນຍາ 2021 ແລ້ວໄປກັກໂຕ ຢູ່ ໂຮງແຮມ ແລະ ໃນວັນທີ່ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ 19 ກັນຍາ 2021 ທັງສອງຄົນ ມີອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ ມາກວດດ້ວຍ PSR ກໍ່ໃຫ້ຜົນບວກເຊັ່ນດຽວກັນ.- ພະນັກງານຕໍາຫລວດ ຢູ່ຄ້າຍຄຸມຂັງຫຼັກ ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະ
ນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ່ 03) – ມີ 01 ກໍລະນີ ທີ່ເປັນພະນັກງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກ
ບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ
– ມີ 01 ກໍລະນີ ເປັນຄົນຫລວຽດ ຂັບລົດຂົນສົ່ງສິນຄ້າ

8. ຈໍາປາສັກ 59 ຄົນ:
– ເມືອງບາຈຽງ 12 ຄົນ
– ນະຄອນປາກເຊ 20 ຄົນ
– ເມືອງປະທຸມພອນ 23
– ເມືອງ ໂພນທອງ (ສູນກັກໂຕ ເກົ່າເກັ່ງ) 01 ຄົນ

9. ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົນຫາກໍລະນີ ສໍາຜັດໃກ້ຊິດ.