ປະມູນຂາຍ ໃບ 50 ກີບ(ເກົ່າ) ໄດ້ມູນຄ່າເຖິງ 15 ລ້ານກີບ

ເງິນກີບລາວທີ່ມີລາຄາແພງທີ່ສຸດ. ນີ້ເປັນໃບ ຫ້າກີບ ສະໄໝ ປະເທດລາວ ທີ່ໄດ້ມີການ ພີມທັບ ໃຫ້ເປັນ ໃບ 50 ກີບ ໂດຍໃຊ້ນໍ້າມຶກສີຄຳ. ເພີ່ນໄດ້ມີການພີມເປັນໃບ 50 ກີບ ເນື່ອງຈາກວ່າ ໄລຍະນັ້ນ ເງິນໃບ 50 ກີບຂາດແຄນ, ແຕ່ວ່າ ເງິນຊຸດນີ້ ບໍ່ໄດ້ຖືກນຳເອົາມາໃຊ້. ມີຜູ້ນຳເອົາເງິນໃບດັ່ງກ່າວ ມາປະມູນຂາຍ ທີ່ eBay ປະມານຕົ້ນປີ 2017 ໂດຍໄດ້ມູນຄ່າເຖິງ 1825 ໂດລາ ຫຼື ປະມານ 15 ລ້ານກີບ.
ແຫລ່ງຂ່າວ:​ Scan by Mauricio Fumagalli. (Thanks Eli Moallem for sharing Mauricio’s scan) ແລະ ເພຈ: ພາບເກົ່າໆ – Lao Old Photos