ປະທານາທິບໍດີຝຣັ່ງປະກາດ ຈະເພີ່ມເງິນ 4 ຕື້ເອີໂຣ ຊ່ວຍພັດທະນາປະເທດທຸກຍາກ!

NjpUs24nCQKx5e1D68JAl1w61fRmKXN82kll6SfIrzG

ສຳນັກຂ່າວ​ຕ່າງປະ​ເທດ ລາຍງານໃນວັນ​ທີ 28 ກັນຍານີ້ວ່າ ທ່ານ​ ຝຣັ່ງຊົວສ໌ ​ໂອ​ລອງ ປະທານາທິບໍດີ​ແຫ່ງປະເທດຝຣັ່ງ ໄດ້ກ່າວ​ໃນ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ວ່າ ຈະ​ເພີ່ມ​ເງິນ​ຊ່ວຍ​ເຫລືອຕື່ມຈຳນວນ 4 ຕື້​ເອີ​ໂຣ ​​ເພື່ອ​ພັດທະນາ​ປະ​ເທດ​ທຸຸກຍາກ ນັບແຕ່​ປີ 2020 ​ເປັນ​ຕົ້ນ​ໄປ, ພ້ອມ​ກັນ​ນັ້ນ ກໍ​ຈະດຳເນີນການ​ປະຕິ​ຮູບສຳນັກງານ​ຊ່ວຍ​ເຫລືອ​ດ້ານສາທາລະນະ​ຂອງຝຣັ່ງ ​​ເພື່ອເຊື່ອມຈອດກັບກຸ່ມ​ການ​ເງິນທ້ອງ​ຖິ່ນ​ ​ແນ​ໃສ່​ຈັດ​ຕັ້ງພັດທະນາທະນາຄານນີ້ ​ໃຫ້​​​​ຈະ​ເລີ​ນ​ເຕີບ​ໃຫຍ່ທ່ີສຸດໃນ​ເອີຣົບ.