ປະທານຢູຟາຂູ່ ໂດນັລ ທຣັມ ສະຫະລັດອາດພາດຈາກການເປັນເຈົ້າພາບຈັດການແຂ່ງຂັນ “ບານໂລກ”

ສະຫະລັດອາເມລິກາເຄີຍເປັນເຈົ້າພາບຈັດການແຂ່ງຂັນບານໂລກ ເມື່ອປີ 1994 ແລະ ຄາດວ່າກໍ່ເປັນໜຶ່ງໃນຕົວເລືອກຂອງປະເທດທີ່ຈະໄດ້ຮັບການໂຫວດໃຫ້ເປັນເຈົ້າພາບຈັດບານໂລກອີກຄັ້ງໃນປີ 2026 ຫຼື ຢ່າງໜ້ອຍກໍ່ອາດເປັນປະເທດເຈົ້າພາບຮ່ວມກັບປະເທດເພື່ອນບ້ານຢ່າງ ແມັກຊິໂກ ແລະ ການາດາ ເຊິ່ງການໂຫວດເລືອກເຈົ້າພາບຈັດການແຂ່ງຂັນບານໂລກຈະມີຂຶ້ນໃນເດືອນປີ 2020 ນີ້

ແຕ່ຫຼັງຈາກທີ່ຜູ້ນຳສະຫະລັດອາເມລິກາຄົນໃໝ່ ໂດນັລ ທຣັມ ເຊັນຄຳສັ່ງຫ້າມພົນລະເມືອງ 7 ປະເທດມຸສລິມ ເຂົ້າປະເທດສະຫະລັດອາເມລິກາ, ທ່ານ ເຊເຟຣິນ ປະທານຢູຟ່າ ບອກວ່າ “ນະໂຍບາຍນີ້ອາດສົ່ງຜົນເຖິງການໂຫວດປະເທດເຈົ້າພາບຈັດການແຂ່ງຂັນບານໂລກ ສະຫະລັດອາເມລິກາອາດບໍ່ໄດ້ຮັບຄັດເລືອກເປັນປະເທດທີ່ສາມາດເປັນເຈົ້າພາບຈັດການແຂ່ງຂັນໄດ້. ເພາະຫາກນັກເຕະບາງຊາດບໍ່ສາມາດເຂົ້າປະເທດນັ້ນໆໄດ້ ດ້ວຍເຫດຜົນທາງການເມືອງ ການແຂ່ງຂັນບານໂລກກໍ່ບໍ່ສາມາດຈັດຂຶ້ນປະເທດນັ້ນໄດ້ເຊັ່ນກຽວກັນ ແລະ ເຊເຟຣິນ ຫວັງວ່າອີກ 9 ປີຕໍ່ໜ້າກ່ອນຮອດບານໂລກສະຫະລັດອາເມລິກາຈະບໍ່ມີເຫດການນີ້ເກີດຂຶ້ນອີກ”.