ປະທານປະເທດ ແຫ່ງ ສປປລາວ ໃຫ້ສຳພາດກັບສື່ຈີນເລື່ອງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ”

ຕາມຂ່າວ CRI: ວັນທີ 11 ພຶດສະພາ 2017 ທີ່ຜ່ານມາວ່າ ທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ ໄດ້ໃຫ້ກຽດສຳພາດຕໍ່ສື່ ມວນຊົນຈີນ ເປັນຕົ້ນວິທະຍຸສາກົນ ແຫ່ງ ປະເທດຈີນ ຫລື CRI ໂດຍ ກ່າວວ່າ: ຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງຂອງຈີນ ໄດ້ນຳໂອ ກາດການພັດທະນາມາສູ່ບັນດາ ປະເທດກຳລັງພັດທະນາລວມທັງ ສປປ ລາວ ໂດຍຈະນຳເອົາຜົນປະໂຫຍດທີ່ ແທ້ຈິງມາສູ່ປະຊາຊົນປະເທດ ຕ່າງໆ. ສປປ ລາວ ສະໜັບສະໜູນຂໍ້ ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງແລະ ໝັ້ນໃຈສູງຕໍ່ການຮ່ວມມື ລະຫວ່າງ ລາວຈີນ ພາຍໃຕ້ຂອບໜຶ່ງແລວທາງ ໜຶ່ງເສັ້ນທາງ”.

ເວທີປຶກສາຫາລື ສຸດຍອດການ ຮ່ວມມືສາກົນໜຶ່ງແລວທາງ ໜຶ່ງ ເສັ້ນທາງທີ່ຈະຈັດຂຶ້ນຢູ່ນະຄອນ ຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 14-15 ພຶດສະພາ ນີ້ ໂດຍທ່ານ ບຸນຍັງ ວໍລະຈິດ ໄດ້ຮັບຄຳເຊີນເຂົ້າຮ່ວມ ເວທີປຶກສາຫາລືດັ່ງກ່າວ ແລະ ໃນໂອກາດນີ້ ທ່ານ ບຸນຍັງ ກ່າວວ່າ: ໃນໄລຍະຈັດເວທີປຶກສາຫາລື, ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງ ຊາດຈີນ ຈະລົງນາມ ໃນແຜນແມ່ ບົດກ່ຽວກັບການຊຸກຍູ້ການຮ່ວມມື ກໍ່ສ້າງໜຶ່ງແລວທາງ ໜຶ່ງເສັ້ນ ທາງລະຫວ່າງ ສປປ ລາວ ແລະ ສປ ຈີນ. ທ່ານ ບຸນຍັງ ຍັງໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນ ທາງທີ່ສະເໜີໂດຍທ່ານ ສີ ຈິນ ຜິງ ປະທານປະເທດຈີນ.

ໃນຍຸກແຫ່ງໂລກາພິວັດ ແລະ ການເຊື່ອມໂຍງກັນທີ່ເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທາຍ, ອາດຈະບໍ່ມີປະເທດໃດ ຈະສາມາດ ແກ້ໄຂບັນຫາຕ່າງໆໄດ້ໂດຍລໍາພັງ. ການຮ່ວມມືກັນທີ່ຕ່າງຝ່າຍຕ່າງ ມີຜົນປະໂຫຍດແມ່ນຄວາມເປັນຈິງ ຂອງຍຸກສະໄໝ. ຂໍ້ລິເລີ່ມໜຶ່ງ ແລວທາງ ໜຶ່ງເສັ້ນທາງໄດ້ເພີ່ມ ຄວາມໃກ້ຊິດສະໜິດແໜ້ນ ແລະ ເຊື່ອມຈອດທັງໃນ ແລະ ລະຫວ່າງ ພາກພື້ນ, ທັງເປີດໂອກາດໃຫ້ບັນດາ ປະເທດກໍາລັງພັດທະນາ. ໃນນັ້ນ, ກໍມີສປປ ລາວ ໄດ້ສາມາດປັບປຸງ ພື້ນຖານໂຄງລ່າງໂດຍນໍາໃຊ້ທ່າ ແຮງ ແລະ ແຫລ່ງທຶນຈາກຂໍ້ລິເລີ່ມ ຂອງ ສປ ຈີນ. ເຊື່ອໝັ້ນວ່າຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງຈະນໍາ ເອົາຜົນປະໂຫຍດມາໃຫ້ປະຊາຊົນ ຂອງບັນດາປະເທດທີ່ເຂົ້າ ຮ່ວມລວມທັງ ສປປ ລາວ ຢ່າງ ແທ້ຈິງ.

ທ່ານ ບຸນຍັງ  ວໍລະຈິດ ເນັ້ນວ່າຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນ ທາງແທດເໝາະກັບນະໂຍບາຍ ຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລ  ເປັນປະເທດເຊື່ອມຈອດກັບບັນດາ ປະເທດໃກ້ຄຽງ ແລະ ພາກພື້ນຂອງ ສປປ ລາວ ສູງທີ່ສຸດໂດຍໂຄງການ ທາງລົດໄຟ ລາວຈີນ ທີ່ພວມກໍ່ສ້າງ ນັ້ນເປັນຂໍກະແຈສຳຄັນ ໃນການບັນ ລຸນະໂຍບາຍດັ່ງກ່າວຂອງ ສປປ ລາວ.

ທ່ານກ່າວຕື່ມວ່າ: “ສປປ ລາວ ມີທ່າແຮງຫລາຍໆ ດ້ານທັງເປັນ ທາງຜ່ານໄປສູ່ຕາເວັນອອກສຽງໃຕ້. ພ້ອມດຽວກັນ, ຂ້າພະເຈົ້າກໍເຫັນ ວ່າ ສປ ຈີນ ເຊິ່ງມີຄວາມພ້ອມທາງ ດ້ານທຶນຮອນ, ບຸກຄະລາກອນ, ເຕັກ ໂນໂລຊີສາມາດສືບຕໍ່ສະໜັບສະໜູນ ສປປ ລາວ ພວກຂ້າພະເຈົ້າ ໃນການ ປະຕິບັດໂຄງການພັດທະນາຕ່າງໆ ເປັນຕົ້ນດ້ານໂຄງລ່າງ ແລະ ທຶນ ຮອນແນໃສ່ ບັນລຸເປົ້າໝາຍການພັດທະນາປະເທດຂອງ ສປປ ລາວ  ຂ້າພະເຈົ້າເຊື່ອໝັ້ນວ່າໂຄງການທາງລົດໄຟ ລາວຈີນ ຖ້າສຳເລັດ ຈະປະກອບສ່ວນຢ່າງແຂງແຮງໃຫ້ ສປປ ລາວ ສາມາດເຊື່ອມຈອດດ້ານ ການປະສານງານທາງນະໂຍບາຍ, ດ້ານພື້ນຖານໂຄງລ່າງ, ການຄ້າທີ່ ສະດວກ, ການເຊື່ອມໂຍງທາງເງິນ ທຶນ ແລະ ເຊື່ອມຄວາມສຳພັນໄມຕີ ລະຫວ່າງປະຊາຊົນ ກໍຄື ຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລເປັນປະເທດ ເຊື່ອມຈອດກັບບັນດາປະເທດໃກ້ ຄຽງ ແລະ ພາກພື້ນ.” ສປປ ລາວ ໝັ້ນໃຈຕໍ່ການຮ່ວມມືລະຫວ່າງ ລາວຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ທາງ ໜຶ່ງເສັ້ນທາງ”  ແລະ ຈະປະ ກອບສ່ວນສົ່ງເສີມການເຊື່ອມຈອດ ກັນຂອງອາຊຽນ ກໍຄື ການພັດທະນາ ຂອງພາກພື້ນ.

ສປປ ລາວ ຕີລາຄາສູງຕໍ່ຄວາມ ສຳຄັນ ແລະ ສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງຕະຫລອດ 3 ປີທີ່ຜ່ານມາ, ສປປ ລາວ ໄດ້ສາມາດປັບປຸງພື້ນຖານໂຄງລ່າງ ໂດຍນໍາໃຊ້ທ່າແຮງ ແລະ ແຫລ່ງທຶນ ຈາກຂໍ້ລິເລີ່ມຂອງ ສປ ຈີນ, ເຊັ່ນ: ກອງທຶນເສັ້ນທາງສາຍໄໝ, ທະນາຄານເພື່ອການລົງທຶນພື້ນຖານໂຄງ ລ່າງອາຊີ ແລະ ອື່ນໆ ແລະ ພ້ອມ ແລ້ວທີ່ຈະເຂົ້າຮ່ວມ ການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງ ການຕ່າງໆ ຕາມຄວາມສາມາດຂອງ ຕົນ ເພື່ອນຳຜົນປະໂຫຍດມາສູ່ພາກ ພື້ນ ແລະ ສົ່ງເສີມການເຊື່ອມຈອດ ກັນຂອງບັນດາປະເທດ ຕາມແລວທາງ. ນອກຈາກນີ້, ທ່ານ ບຸນຍັງເຫັນວ່າ, ຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງຈະຊ່ວຍເພີ່ມເຮັດໃຫ້ ການຮ່ວມມືແມ່ນໍ້າລ້ານຊ້າງແມ່ ນໍ້າຂອງ ແລະ ຂະບວນການເຊື່ອມ ໂຍງອາຊຽນເຂົ້າເປັນອັນໜຶ່ງ ອັນດຽວໄດ້ຮັບການພັດທະນາໃຫ້ ໄວຂຶ້ນ.

ຂອບການຮ່ວມມືແມ່ນໍ້າລ້ານ ຊ້າງແມ່ນ້ຳຂອງເປັນຂອບການ ຮ່ວມມືລະຫວ່າງ ບັນດາປະເທດແມ່ນ້ຳຂອງ 5 ປະເທດກຳປູເຈຍ, ສປປ ລາວ, ສສມຽນມາ, ໄທ ແລະ ຫວຽດນາມ ເຊິ່ງເປັນສະມາຊິກອາ ຊຽນຮ່ວມກັບ ສປ ຈີນ. ສ່ວນຂະບວນການເຊື່ອມໂຍງອາຊຽນເຂົ້າ ເປັນອັນໜຶ່ງອັນດຽວກໍ່ເປັນແຜນຂອງອາຊຽນ ແລະ ບັນດາຄູ່ຮ່ວມ ພັດທະນາລວມທັງ ສປ ຈີນ.ທັງ ສອງຂອບການຮ່ວມມື ນີ້ແມ່ນການ ຮ່ວມມືທີ່ແນໃສ່ການພັດທະນາຢູ່ແຕ່ລະປະເທດ  ແລະ ມັນຊ່ວຍສົ່ງເສີມ ເຊິ່ງກັນ ແລະ ກັນ ແຕ່ບໍ່ແມ່ນການ ຮ່ວມມືທີ່ຕັດແຍກອອກຈາກກັນ. ຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນ ທາງກໍ່ເປັນອັນຊ່ວຍເສີມທີ່ຈະເຮັດ ໃຫ້ສອງຂອບການຮ່ວມມືດັ່ງກ່າວ ໄດ້ຮັບການພັດທະນາໃຫ້ໄວຂຶ້ນ ໂດຍສະເພາະແມ່ນການເຊື່ອມໂຍງ ຂອງບັນດາປະເທດ ໃນພາກພື້ນ ກໍ່ຄືລະຫວ່າງ ອາຊຽນ ແລະ ປະເທດ ແມ່ນ້ຳຂອງກັບ ສປ ຈີນ.”

ແຫລ່ງຂ່າວຈາກ: kpl.gov.la/detail.aspx?id=24393

1 COMMENT

  1. ຂ້ານ້ອຍບໍ່ເຂົ້າໃຈຄວາມມຫມາຍຄຳວ່າ”ຫນຶ່ງເເລວທາງ ຫນຶ່ງເສັ້້ນທາງ”ຂໍອະທິບາຍໃຫ້ແນ່.

Comments are closed.