ປະທານປະເທດແຫ່ງ ສປປ ລາວ ລົງຕິດຕາມການຜະລິດສິນຄ້າຂອງປະຊາຊົນບ້ານໃຫຍ່

0
923

ໃນວັນທີ 3 ສິງຫາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າຂອງປະຊາຊົນ ບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງ ປາກລາຍ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນຖານການຜະລິດໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ປະຊາຊົນຜູ້ປູກພືດເປັນສິນຄ້າເຂດບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມພື້ນຖານການຜະລິດເປັນສິນຄ້າຂອງປະຊາຊົນຄັ້ງນີ້ ແມ່ນໄດ້ເຂົ້າເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ພ້ອມດຽວກັນກໍ່ໄດ້ເຂົ້າເບິ່ງການລ້ຽງງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ, ຈາກນັ້ນກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງໂຮງງານຜະລິດປຸຍຊີຜະພາບ ຂອງບໍລິສັດ ຈີນຊຸຍ ທີ່ຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງ ປາກລາຍ.