ປະທານກຸ່ມບໍລິສັດອາຊຽນວຽງຈັນກຣຸບຖືກຍິງ 9 ນັດເສຍຊີວິດຄາທີ່ໜ້າຫ້າງສີໃຄພລາຊາ

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2017 ເກີດເຫດສະເທືອນຂວັນຍິງກັນເສຍຊີວິດຄາທີ່ 1 ຄົນທີ່ໜ້າຫ້າງສີໃຄພຣາຊາ ນະຄອນຫຼວງວຽງຈັນ ເຊິ່ງຜູ້ເສຍຊີວິດເປັນນັກທຸລະກິດຊາວຈີນ ຊື່ ທ່ານ ຊູ ໄວອາຍຸ 70ປີ ປະທານກຸ່ມບໍລິສັດອາຊຽນວຽງຈັນ ກຣຸບ, ຫຼັງຈາກເກີດເຫດເຈົ້າໜ້າທີ່ໄດ້ເຂົ້າມາກວດສອບພື້ນທີ່ເກີດເຫດ ພົບຜູ້ເສຍຊີວິດນອນຈົມກອງເລືອດຂ້າງລົດຜູ່ຕາຍ ແລະ ຮ່າງກາຍຂອງມີລູກປືນຝັງຢູ່ 9 ຈຸດ

ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດໄດ້ເຮັດການສືບສວນເພື່ອຕິດຕາມຕົວຄົນຮ້າຍເພື່ອນຳມາດຳເນີນຄະດີ ແລະ ຫາແຮງຈູງໃຈໃນການຄາດຕະກຳຄັ້ງນີ້