ປະດັບຫລຽນໄຊພິລະອາດຫານໃຫ້ຕຳຫລວດ ສປ ຈີນ ທີ່ມີຜົນງານມ້າງຂະບວນການຄ້າຢາ ເສບຕິດກຸ່ມທ້າວໜໍ່ຄຳ

ເມື່ອທ້າຍອາທິດຜ່ານມານີ້, ຢູ່ຫ້ອງວ່າການປົກຄອງແຂວງຫລວງນ້ຳທາ, ທ່ານ ດຣ ພີມມະສອນ

ເລືອງຄຳມາເຈົ້າແຂວງຫລວງນ້ຳທາ, ໄດ້ຕາງໜ້າລັດຖະບານລາວ ໃຫ້ກຽດປະດັບຫລຽນໄຊພິລະ

ອາດຫານຊັ້ນ II ໃຫ້ທ່ານພົນຕີຫລີຈິງໂປ້ ຮອງຫົວໜ້າກອງບັນຊາການທະຫານກິ່ງແຂວງສີບສອງ

ປັນນາ, ທ່ານ ພັນເອກ ເຈີນ ສຽວພິງ ຫົວໜ້າສັນຕິບານເຂດສີບສອງປັນນາ, ທ່ານພັນເອກ ສຸເຈ

ຫົວໜ້າສັນຕິບານເມືອງຫລ້າ, ທ່ານພັນເອກ ຕອນຈິງຄຸນຮອງຫົວໜ້າສັນຕິບານເຂດສີບສອງປັນ

ນາ, ທ່ານ ພັນເອກ ຄຳເງິນ ຮອງສັນຕິບານຕຳຫລວດເມືອງຫລ້າ, ທ່ານພັນ ເອກ ຢັງຢົງ ວິຊາການ

ຕຳຫລວດເມືອງຫລ້າ ແລະ ປະດັບຫລຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ທ່ານພັນເອກ ແສງອາລຸນ

ຫົວໜ້າຄຸ້ມຄອງຄົນເຂົ້າ-ອອກ ເມືອງຕຳຫລວດ ເມືອງຫລ້າ, ທ່ານພັນໂທ ລາວວູ ພະນັກງານ ວິຊາ

ການສັນຕິບານຕຳຫລວດເມືອງຫລ້າ, ທ່ານຮ້ອຍຕີ ຈາງ ເວີຍ ເພັດທະນູ ຮອງຫົວໜ້າຄຸ້ມຄອງຄົນ

ເຂົ້າ-ອອກເມືອງຕຳຫລວດເມືອງຫລ້າຢ່າງສົມກຽດ ເພື່ອຍ້ອງຍໍຊົມເຊີຍຜູ້ມີຜົນງານດີເດັ່ນໃນການ

ເຄື່ອນໄຫວຮ່ວມມືປາບປາມພວກກອງປຸ້ນ ແລະ ສາມາດຈັບຕົວທ້າວ ໜໍ່ຄຳ ຜູ້ຄ້າຢາເສບຕິດລາຍ

ໃຫຍ່ ພ້ອມພັກພວກທັງເປັນຜູ້ຄາດຕະກຳຄົນຈີນຈຳນວນ 13 ຄົນຢ່າງປ່າເຖື່ອນເມື່ອວັນທີ 5 ຕຸລາ

2011 ຢູ່ເຮືອແມ່ນ້ຳຂອງເຂດຊຽງແສນປະເທດໄທ ແລະ ໄດ້ສົ່ງຕົວໃຫ້ເຈົ້າໜ້າທີ່ຕຳຫລວດ ແລະ ສານ

ສູງສຸດຂອງ ສປ ຈີນ ຕັດສີນລົງໂທດປະຫານຊີວິດເມື່ອ ວັນທີ 1 ມີນາ 2013.

 

ການປະດັບຫລຽນໄຊສຳຄັນນີ້, ແມ່ນປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດແຫ່ງ ສປປ

ລາວເລກທີ 1074/ກປທ ວ່າດ້ວຍການປະດັບຫລຽນໄຊພິລະອາດຫານໃຫ້ແກ່ບຸກຄົນກອງປະຕິບັດງານ

ພິເສດຕຳຫລວດ ສປ ຈີນ ແລະ ອີງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານແຫ່ງ ສ ປປ

ລາວ ວ່າດ້ວຍການຍ້ອງຍໍສັນລະເສີນຕໍ່ສາກົນສະບັບ ເລກທີ 33/ຄຈສພ ລົງວັນທີ 18 ມີນາ 2013.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/07/blog-post_93.html