ປະຊຸມສຸດຍອດອາຊຽນ-ສ.ເກົາຫລີຄັ້ງທີ 18 ໄດ້ໄຂຂຶ້ນຢ່າງເປັນທາງການມື້ນີ້

0
2166

ເວລາ 15:50 ນາທີຂອງວັນທີ 8 ກັນຍາ 2016 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ນາງ ປັກ ກຶນເຮ ປະທານາທິບໍດີແຫ່ງ ສາທລະນະລັດ ເກົາຫລີ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີຄັ້ງທີ 18.
ໄລຍະຜ່ານມາ ລັດຖະບານຂອງ ສ.ເກົາຫລີໄດ້ໃຫ້ການຊ່ວຍ ລັດຖະບານລາວໃນຫລາຍການເປັນຕົ້ນແມ່ນວຽກງານກະສິກໍາ, ສາທາລະນະສຸກ, ອາສາສະໝັກ, ຝຶກອົບຮົມໃຫ້ພະນັກງານວິຊາການຂອງພາກລັດ-ເອກະຊົນ, ການສຶກສາ ແລະ ອື່ນໆ.
ແນວໃດກໍດີ ລະຫວ່າງການຢ້ຽມຢາມຂອງ ປະທານາທິບໍດີຂອງ ສ.ເກົາຫລີຄັ້ງເປັນເຫດການສໍາຄັນເຊັ່ນດຽວກັນເພື່ອສົ່ງເສີມສາຍພົວພັນ ແລະຮັດແໜ້ນຄວາມສາມັກຄີເພີ່ມຂຶ້ນກວ່າເກົ່າ ນອກຈາກນັ້ນ ທັງສອງຝ່າຍອາດມີການແລກປ່ຽນ ແລະ ປຶກສາຫາລືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ.

ພາບ-ຂ່າວ: ເກີດຂວັນໃຈ