ປະຊາຊົນອິຣ່ານເສຍຊີວິດ 600 ຄົນ! ເພາະເຊື່ອຂ່າວລືດື່ມແອລກໍຮໍເຂັ້ມຂຸ້ນຊ່ວຍຮັກສາໂຄວິດ-19 ໄດ້

ເວັບໄຊຂ່າວເດລີເມລ ລາຍງານເມື່ອວັນທີ 7 ເມສາ ທີ່ຜ່ານມາວ່າ ປະຊາຊົນອິຣ່ານປະມານ 600 ຄົນ ເສຍຊີວິດ ຫຼັງຈາກດື່ມແອລກໍຮໍເຂັ້ມຂຸ້ນ ເນື່ອງຈາກຫຼົງເຊື່ອຂ່າວລືວ່າ ການດື່ມແອລກໍຮໍເຂັ້ມຂຸ້ນຈະສາມາດຊ່ວຍຮັກສາອາການປ່ວຍຈາກການຕິດເຊື້ອໄວຣັດໂຄໂຣນ່າໄດ້ ນອກຈາກນີ້, ປະຊາຊົນກວ່າ 3,000 ຄົນ ຕ້ອງໄດ້ເຂົ້າຮັກສາຕົວທີ່ໂຮງໝໍ ເນື່ອງຈາກເຈັບປ່ວຍເພາະດື່ມແອລກໍຮໍເຂັ້ມຂຸ້ນເຂົ້າໄປເຊັ່ນດຽວກັນ.

ທ່ານ ໂກແລມ ຮອສເຊນ ເອສໄມລີ ໂຄສົກກະຊວງຍຸດຕິທຳອິຫຼ່ານ ເປີດເຜີຍກັບສຳນັກຂ່າວ ທັສນິມວ່າ ຈຳນວນຜູ້ທີ່ດື່ມແອລກໍຮໍເຂັ້ມຂຸ້ນມີສູງຫຼາຍເກີນກວ່າທີ່ຈະຄາດເດົາໄດ້ ແລະ ການດື່ມແອລກໍຮໍເຫຼົ່ານີ້ເຂົ້າໄປ ມັນບໍ່ໄດ້ຊ່ວຍຮັກສາໂຣກ ແຕ່ມັນຈະເຮັດໃຫ້ຄົນທີ່ດື່ມເຖິງແກ່ຄວາມຕາຍ ໂດຍທາງລັດຖະບານໄດ້ຈັບກຸມຕົວຜູ້ທີ່ມີສ່ວນກ່ຽວຂ້ອງກັບເຫດການດັ່ງກ່າວໄວ້ຈຳນວນໜຶ່ງ ແລະ ຈະຕ້ອງຈັດການກັບພວກກ່ຽວຢ່າງແນ່ນອນ ເນື່ອງຈາກວ່າພວກກ່ຽວມີຄວາມຜິດທາງອາຍາ ທີ່ເຮັດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍ ແລະ ທຳຮ້າຍປະຊາຊົນ.

ອິຣ່ານເປັນປະເທດໜຶ່ງທີ່ມີການລະບາດຂອງເຊື້ອໂຄວິດ-19 ໜັກທີ່ສຸດໃນຕະເວັນອອກກາງ ຕາມການລາຍງານຫຼ້າສຸດເມື່ອວັນທີ 8 ເມສາ ວ່າ ກະຊວງສາທາລະນະສຸກໄດ້ແຈ້ງ ປັດຈຸບັນມີຍອດຜູ້ຕິດໂຄວິດ-19 ສະສົມໃນອີຣ່ານລວມທັງໝົດ 67,286ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ