ປະຊາຊົນລາວ 1,4 ລ້ານຄົນຈະໄດ້ຮັບວັກຊີນໂຄວິດ-19 ໃນເດືອນເມສານີ້

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫຼງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020ນີ້ວ່າ ສປປ ລາວ ແມ່ນ 1 ໃນ 92 ປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອລ້າ ວັກຊິນຕ້ານໂຄວິດ-19 ເຊິ່ງຄາດວ່າຈະໄດ້ຮັບ ແລະ ເລີ້ມສັກວັກຊິນທີ່ໄດ້ຮັບຈາກ  COVAX FACILITY GAVI ພາຍໃນ ເດືອນ ເມສາ 2021, ຄາດຄະເນປະມານ 15%-20% ຂອງປະຊາກອນທັງໝົດ ຫຼື ເທົ່າກັບ 1,4 ລ້ານຄົນຈະໄດ້ສັກວັກຊິນດັ່ງກ່າວ.

ພາຍຫຼັງທີ່ໄດ້ຮັບວັກຊິນໃນເດືອນເມສາ 2021 ນີ້ ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ ເຊັ່ນ: ແພດໝໍ ພະຍາບານ ທັງໝົດ ລວມທັງ ສູນກາງແລະ ທ້ອງຖິ່ນ ພາຍໃນຂະແໜງສາທາລະນະສຸກ, ໂຮງໝໍທະຫານ, ໂຮງໝໍຕໍາຫຼວດ, ອາສາສະໝັກແພດບ້ານ, ອາສາສະໝັກສັງຄົມສົງເຄາະ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ ແຕ່ບໍ່ນອນໃນຂໍ້ຫ້າມສັກວັກຊິນ, ຜູ້ອອກແຮງງານເຄື່ອນຍ້າຍ, ຜູ້ເດີນທາງເຂົ້າອອກ ແລະ ແຮສຸກເສີນ.

ປັດຈຸບັນ, ລາວເຮົາມີ 3 ແຫຼ່ງທີ່ຈະໄດ້ຮັບການຊ່ວຍເຫລືອດ້ານວັກຊິນຄື: 1. SINOPHARM ຈາກ ສປ ຈີນ, 2. SPUTNIK V ຈາກຣັດເຊຍ, 3. ວັກຊີນ ທີ່ໄດ້ຈາກ COVAX FACILITY GAVI ທັງໝົດເປັນວັກຊິນທີ່ຮັບຮອງຈາກອົງການອະນາໄມໂລກໃນບັນຊີໃຊ້ພາວະສຸກເສີນ.

ມາຮອດປັດຈຸບັນທາງ ສປ ຈີນ ໄດ້ມອບໃຫ້ ສປປ ລາວ ແລ້ວ ຈໍານວນ 2000 ໂດສ ເພື່ອນໍາໃຊ້ສັກໃນກໍລະນີສຸກເສີນ. ມາຮອດປະຈຸບັນ ໄດ້ເລີ້ມສັກ ຮອບທີ 1 ໃຫ້ ຜູ້ອາສາສະໝັກ ພະນັກງານແພດໝໍຈຳນວນນື່ງ ທີ່ປະຕິບັດງານປ້ອມດ່ານໜ້າທີ່ພົວພັນກັບຄົນເຈັບເປັນພະຍາດ ແລະ ເຫັນວ່າໄດ້ຮັບຜົນດີ ແລະ ຍັງບໍ່ພົບມີຜູ້ໄດ້ຮັບຜົນຂ້າງຄຽງຈາກວັກຊີນດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ