ປະຊາຊົນທີ່ອາໄສຢູ່ແຄມຂອງຢືນຢັນບັ້ງໄຟພະຍານາກມີແທ້!

0
1665

ຈາກກໍລະນີ ໃນວັນທີ ວັນທີ 25 ຕຸລາ 2021 ໄດ້ມີແອັດມິນເພຈພິສູດບັ້ງໄຟພະຍານາກ ນຳຫຼັກຖານເປັນລາຍຊື່ບ້ານ ຮູບຖ່າຍ ແລະ ວີດີໂອທີ່ໄດ້ບັນທຶກການເກີດບັ້ງໄຟພະຍານາກ ວ່າ ເປັນການຍິງລູກປືນແສງ ຈາກບ້ານເຂດຝັ່ງລາວ ເຊິ່ງໄດ້ສ້າງຄວາມເຂົ້າໃຈຜິດໃຫ້ຄົນໄທວ່າເປັນບັ້ງໄຟພະຍານາກ.

ອີງຕາມຂ່າວ Ch3 Thailand News ໃຫ້ຮູ້ວ່າ: ຫຼ້າສູດ, ຊາວບ້ານທ່າມ່ວງ ເມືອງລັດຕະນະວາປີ ແຂວງໜອງຄາຍ ທີ່ອາໄສຢູ່ບ່ອນເກີດປາກົດການບັ້ງໄຟພະຍານາກຂຶ້ນເກືອບ 100 ລູກ ໃນທຸກປີ ກໍໄດ້ໃຫ້ຂໍ້ມູນວ່າກ່ຽວກັບເລື່ອງນີ້.

ນາງດຳດວນ ອາຍຸ 50 ປີ ປະຊາຊົນບ້ານທ່າມ່ວງ ຊີ້ບອກຈຸດທີ່ເຫັນບັກໄຟພະຍານາກຂຶ້ນບໍລິເວນແຄກນໍ້າຂອງ ທີ່ຢູ່ໜ້າບ້ານຂອງຕົນເອງວ່າ ເຄີຍເຫັນລູກໄຟ ທີ່ຂຶ້ນມາຈາກນໍ້າແຕ່ນ້ອຍ ຈົນຕອນນີ້ອາຍຸ 50 ປີແລ້ວຍັງເຫັນຢູ່ແຕ່ລະປີ ເຖິງວ່າຈຳນວນຈະໜ້ອຍລົງ ແລະ ຊາວບ້ານແຄມຂອງເຊື່ອວ່າເປັນບັ້ງໄຟພະຍານາກທີ່ເກີດຈາກພະຍານາກໃນແມ່ນໍ້າຂອງ ແຕ່ກ່ອນບໍ່ຄ່ອຍມີຄົນເບິ່ງ ມີແຕ່ຊາວບ້ານອອກມາເບິ່ງໃນມື້ອອກພັນສາ ແຕ່ຫຼັງຈາກນັ້ນກໍມີຄົນມາເບິ່ງຫຼາຍຂຶ້ນ ເມື່ອມີຄົນຕ້ອງການພິສູດ ແລະບອກວ່າເປັນຝີມືມະນຸດສ້າງຂຶ້ນຄືຍິງປືນຂຶ້ນຟ້າ ຕົນເອງກໍຢາກໃຫ້ພິສູດໃຫ້ຊັດເຈນ ຈຶ່ງບໍ່ໄດ້ມີການກ່າວຫາວ່າ ຊາວບ້ານຕົວະຫຼອກລວງກັນ ແລະ ຈະກາຍເປັນຕຳນານຕໍ່ໄປ ສ່ວນຝັ່ງກົງກັນຂ້າມກັບບ້ານທ່າມ່ວງແມ່ນຈະເປັນແຂວງບໍລິຄຳໄຊ.

ທາງດ້ານນາງກຸຫຼາບ ອາຍຸ 65 ປີ ແລະ ນາງພຸດ ອາຍຸ 58 ປີ ຊາວບ້ານທ່າມ່ວງ ກ່າວວ່າ ເຫັນຂ່າວພິສູດບັ້ງໄຟພະຍານາກແລ້ວ ລູກໄຟທີ່ເຫັນນັ້ນບໍ່ແມ່ນບັ້ງໄຟພະຍານາກທີ່ຊາວບ້ານເຄີຍເຫັນ ບັ້ງໄຟພະຍານາກຂອງແທ້ຈະລອຍຂຶ້ນມາຈາກນໍ້າຂອງ ຕາມໜອງນໍ້າ ຮູ້ສຶກເສຍໃຈທີ່ໄດ້ຍິນຂ່າວວ່າເປັນການຍິງປືນຂື້ນ ແລະ ເຊື້ອວ່າຄົນເວົ້າແນວນັ້ນແມ່ນບໍ່ເຂົ້າໃຈ ແລະ ບໍ່ເຄີຍສຳຜັດກັບບັ້ງໄຟພະຍານາກ ຄືກັບຊ່ວບ້ານທີ່ຢູ່ແຄມຂອງໄດ້ສຳຜັດ ແລະ ພົບເຫັນຕັ້ງແຕ່ລູ້ນປູ່ຍ່າ ແລະຄືເປັນການຫຼົບລູ່.