ປະຊາຊົນຍີ່ປຸ່ນເຂົ້າແຈ້ງສະຖານທູດຫຼັງຖືກແພດຈີນກວດຫາເຊື້ອໂຄວິດ-19 ທາງຮູທະວານໜັກ

ສຳນັກຂ່າວ BBC ລາຍງານກະແສວິຕົກກັງວົນຂອງປະຊາຊົນຍີ່ປຸ່ນ ຫຼັງຈາກສະຖານທູດຍີ່ປຸ່ນປະຈຳປະເທດຈີນໄດ້ຮັບການສົ່ງຂ່າວຈາກພົນລະເມືອງຂອງຕົນທີ່ເຂົ້າຮັບການກວດຫາເຊື້ອໂຄວິດ-19 ດ້ວຍວິທີ Anal Swab ຫຼື ການໃຊ້ອຸປະກອນເກັບຕົວຢ່າງເຊື້ອສວນເຂົ້າຮູທະວານໜັກ.

ເມື່ອບໍ່ດົນມານີ້ຫຼັງຈາກເກີດການໂຕ້ຖຽງກັນໃນວົງກວ້າງເທິງໂລກອອນລາຍຈາກກໍລະນີທີ່ສື່ທ້ອງຖິ່ນຂອງຈີນເປີດເຜີຍເມື່ອທ້າຍເດືອນກຸມພາ ວ່າ ມີການໃຊ້ວິທີກວດຫາເຊື້ອທາງຮູທະວານແທ້ ເຊິ່ງແພດຫຼາຍຝ່າຍລະບຸວ່າວິທີນີ້ຊ່ວຍເພີ່ມປະສິດຕິພາບໃນການຫາໄວຣັສໂຄວິດ-19.

ກ່ອນໜ້ານີ້ເມື່ອອາທິດທີ່ຜ່ານມາທາງລັດຖະບານຈີນປະຕິເສດວ່າບັງຄັບໃຫ້ເຈົ້າໜ້າທີ່ການທູດອາເມລິກາເຂົ້າຮັບການກວດຫາເຊື້ອດ້ວຍວິທີດັ່ງກ່າວ ຫຼັງຈາກສື່ອາເມລິກາລາຍງານວ່າເຈົ້າໜ້າທີ່ການທູດບາງຄົນສະແດງຄວາມບໍ່ພໍໃຈທີ່ຕ້ອງຜ່ານຂະບວນການກວດສອບ Anal Swab.

ນາຍແພດຫຼີ່ ຕົງເຈິ້ງ ຈາກໂຮງໝໍຫຍູອັນໃນນະຄອນປັກກິ່ງກ່າວວ່າ ສາມາດເພີ່ມອັດຕາການກວດສອບພົບຜູ້ຕິດເຊື້ອໄດ້ ເນື່ອງຈາກຮ່ອງຮອຍຂອງໄວຣັສທີ່ທະວານໜັກມີໄລຍະເວລາດົນກວ່າທີ່ພົບໃນລະບົບທາງເດີນຫາຍໃຈ.

ຮຽບຮຽງຂ່າວ: ພຸດສະດີ