ປະຊາຊົນຊາວເລບານອນໄດ້ອອກມາຮຽກຮ້ອງຄວາມຍຸດຕິທໍາຈາກເຫດການທ່າເຮືອລະເບີດ

ສໍານັກຂ່າວ Reuters ໄດ້ລາຍງານວ່າ: ຜູ້ນໍາທາງສາສະໜາຂອງເລບານອນໄດ້ບອກວ່າພວກເຮົາບໍ່ສາມາດຫຼຸດພົ້ນຈາກການຖືກຟ້ອງໃນເຫດການລະເບີດທ່າເຮືອໃນເບຣຸດ ແລະ ເຈົ້າໜ້າທີ່ກໍກໍາລັງຫຼີກລ້ຽງການສືບສວນ ເນື່ອງຈາກມີປະຊາຊົນຊາວເລບານອນຈໍານວນຫຼາຍສະເຫຼີມສະຫຼອງວັນຄົບຮອບໜຶ່ງປີຂອງການລະເບີດທ່າເຮືອເພື່ອຮຽກຮ້ອງຄວາມຍຸດຕິທໍາ.

ໃນຂະນະທີ່ເລບານອນກໍາລັງປະສົບກັບສະພາວະເສດຖະກິດຖົດຖອຍ, ນັກບວດ Maronite Patriarch Bechara Boutros Al-Rai ໄດ້ອອກມາວິຈານຊົນຊັ້ນປົກຄອງໃນການບໍລິຫານຈັດການກັບວິກິດທີ່ຫຼົ້ມເຫຼວ.

ໃນໄລຍະເວລາໜຶ່ງປີທີ່ຜ່ານນັບຕັ້ງແຕ່ເກີດເຫດການລະເບີດ ກໍບໍ່ມີເຈົ້າໜ້າທີ່ຄົນໃດເຂົ້າມາຮັບຜິດຊອບ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ກັບປະຊາຊົນຊາວເລບານອນເປັນຈໍານວນຫຼາຍ.

ການລະເບີດໃນຄັ້ງນັ້ນເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 200 ຄົນ ແລະບາດເຈັບອີກຫຼາຍພັນຄົນ. ໃນຂະນະທີ່ປະຊາຊົນກໍາລັງເຮັດພິທີລະນຶກເຖິງຜູ້ເສຍຊີວິດຢູ່ບໍລິເວນທ່າເຮືອ ເຈົ້າໜ້າທີ່ໄດ້ໃຊ້ປືນ.ຫຍ່ສີດນໍ້າ ແລະ ກາສນໍ້າຕາຍິງໃສ່ຜູ້ເຂົ້າຮ່ວມທີ່ໂຍນກ້ອນຫິນໃສ່ກອງກໍາລັງຮັກສາຄວາມປອດໄພ ແລະ ໃນນັ້ນມີຜູ້ໄດ້ຮັບບາດເຈັບ 8 ຄົນ.