ປກສ ແຂວງສະຫວັນນະເຂດເລັ່ງແກະຮອຍໂຈນລັກພາຕົວທ້າວ ສຸກສົມພອນ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນບໍ່ດົນມານີ້ວ່າ: ໃນວັນທີ 28 ມິຖຸນາ 2020 ທາງເຈ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ໄດ້ຮັບແຈ້ງຄວາມຈາກ ນາງ ດາວວີ ອາຍຸ 28 ປີ ອາຊີບແມ່ເຮືອນ ຢູ່ບ້ານ ອຸດົມວິໄລ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ວ່າ ທ້າວ ສຸກສົມພອນ ຄໍາປະເສີດໄຊຍາ ອາຍຸ 30 ປີ ຢູ່ບ້ານ ອຸດົມວິໄລ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ, ພະນັກງານ, ເປັນຮອງຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສັງກັດຢູ່ສະພາປະຊາຊົນແຂວງສະຫວັນນະເຂດ. ເຊິ່ງເປັນຜົວຂອງຜູ້ກ່ຽວ ໄດ້ຫາຍຕົວໄປຕັ້ງແຕ່ວັນທີ 26 ມິຖຸນາ 2020 ທີ່ຜ່ານມາ ແລ້ວບໍ່ສາມາດຕິດຕໍ່ໄດ້.

ຕົກມາຮອດວັນທີ 29 ມິຖຸນາ ເວລາປະມານ 10 ໂມງ 44 ນາທີ, ທ້າວ ສຸກສົມພອນ ຄຳປະເສີດໄຊຍາ ໄດ້ສົ່ງຂໍ້ຄວາມຫາ ນາງ ດາວວີ ທາງວັອດແອັບ ວ່າກຽມເງິນໃຫ້ຂ້ອຍແນ່ມີວຽກຈຳເປັນຕ້ອງໃຊ້ 500.000 ບາດ ແລ້ວບອກເມຍບໍ່ໃຫ້ບອກເລື່ອງນີ້ກັບໃຜ. ຕໍ່ມາເມຍຂອງລາວກໍໄດ້ໂອນເງິນໃຫ້ 300.000 ບາດ ໂດຍໂອນເຂົ້າບັນຊີຊື່ Somsasi Phidavanh ເລກບັນຊີ  054120200654457001 ແລະ ເງິນກີບອີກ 63.400.000 ກີບໂດຍໂອນເຂົ້າບັນຊີຊື່ Somsasi Phidavanh ໂດຍໂອນເຂົ້າບັນຊີ  0541200654457001 ລວມ 500.000 ບາດ ພາຍຫຼັງໂອນແລ້ວລາວໄດ້ຕິດຕໍ່ຫາຜົວ ແລ້ວຖາມວ່າເງິນເຂົ້າແລ້ວບໍ່ ຜົວໄດ້ຕອບວ່າເຂົາກໍາລັງກວດ ແລະ ຜົວກໍຕອບວ່າຂ້ອຍຊິກັບແລ້ວຮອດເຮືອນຄ່ອຍລົມກັນ. ຕໍ່ມາໃນວັນທີ 30 ມິຖຸນາ 2020, ທ້າວ ສຸກສົມພອນ ກໍໄດ້ສົ່ງຂໍ້ຄວາມຜ່ານມືຖືມາຫາເມຍລາວອີກ ແລ້ວເວົ້າວ່າ, ເຂົາຢາກໃຫ້ເຮັດໃບມອບກໍາມະສິດລົດຂອງລາວພ້ອມດ້ວຍໃບຊື້ຂາຍຄົບຊຸດໃຫ້, ເຮັດແລ້ວໃຫ້ສົ່ງຮູບມາໃຫ້ເບີ່ງ ແລະ ເມຍໄດ້ເຮັດຕາມທຸກຢ່າງ ແລະ ສົ່ງໃຫ້ຜົວຂອງລາວແຕ່ບໍ່ມີການຕອບກັບຫຍັງເລີຍຮອດປັດຈຸບັນ.

ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່ເຫັນວ່າ ການຫາຍຕົວໄປຂອງທ້າວ ສຸກສົມພອນ ຄຳປະເສີດ ໃນຄັ້ງນີ້ ແມ່ນຍ້ອນການລັກພາຕົວແທ້, ສ່ວນເປົ້າໝາຍທີ່ລົງມືກໍ່ເຫດໃນການລັກພາຕົວຍັງບໍ່ສາມາດຮູ້ໄດ້ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ.

ຮຽບຮຽງຂ່າວ: ພຸດສະດີ

 

 

1 COMMENT

Comments are closed.