ບໍ່ແກ້ວເປັນເຂດທີ່ມີຄວາມສ່ຽງສູງ!ໃຫ້ໂຈະການຈັດງານບຸນຕ່າງໆ

ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວໄດ້ອອກແຈ້ງການເພີ່ມເຕີມ ເມື່ອວັນທີ 14 ທັນວາ 2020 ເພື່ອຍົກສູງສະຕິສັງຄົມໃນການດຳລົງຊີວິດ ແລະ ປະຕິບັດມາດຕະການໂຕ້ຕອບໄວ ຕໍ່ການລະບາດຂອງໂຄວິດ-19 ເນື່ອງຈາກແຂວງບໍ່ແກ້ວ ປັດຈຸບັນເປັນເຂດທີ່ມີຄວາມສ່ຽງໃນການລະບາດ. ເຊິ່ງໃນແຈ້ງການມີລາຍລະອຽດດັ່ງນີ້:

  1. ໃຫ້ໂຈະການຈັດງານບຸນປະເພນີບັນດາເຜົ່າ, ງານບວດ, ງານດອງ, ອອກກຳເດືອນ, ງານຂຶ້ນເຮືອນໃໝ່, ງານສົບ… ທີ່ມີລັກສະນະກວ້າງຂວາງ (ຫຼາຍຄົນ) ໃຫ້ຫັນມາປະກອບພິທີທາງສາດສະໜາ ຕາມຮີດຄອງພາຍໃນຄອບຄົວ, ພາຍໃນບ້ານເທົ່ານັ້ນ, ຈຳກັດການເຂົ້າຮ່ວມຂອງຄົນທີ່ມີຈຳນວນຫຼາຍ,​ ແອອັດ.
  2. ການຈັດງານສະເຫຼີມສະຫຼອງວັນສຳຄັນຕ່າງໆ ແລະ ຈັດກິດຈະກຳຂອງສັງຄົມ ຕ້ອງໄດ້ກຳນົດເປົ້າໝາຍຂອງຜູ້ເຂົ້າຮ່ວມຢ່າງເໝາະສົມ ພ້ອມທັງປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.
  3. ບັນດາບ້ານພັກ, ໂຮງແຮມ, ຣີສອດ ໃຫ້ປະຕິບັດຕາມຫຼັກການອະນາໄມ 3 ສະອາດເປັນປະຈຳ, ແມ່ຄ້າຕ້ອງໃຊ້ຜ້າອັດປາກ-ດັງທຸກຄົນ ແລະ ຕ້ອງມີເຈວລ້າງມືພາຍຫຼັງການສຳພັດແລກປ່ຽນ, ໃຫ້ມີບ່ອນລ້າງມື, ສະບຸບໍລິການໃຫ້ລູກຫຼັງຈັບຈ່າຍສິນຄ້າ.
  4. ໃຫ້ບັນດາເມືອງ, ອົງການປົກຄອງແຕ່ລະຂັ້ນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ບັນດາຫົວໜ່ວຍທຸລະກິດ ພາຍໃນແຂວງ ເພີ່ມທະວີການແນະນຳ, ຊຸກຍູ້ການຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ທົ່ວເຖິງ.

ຮຽບຮຽງຂ່າວ: ພຸດສະດີ