ບໍ່ມີມູນຄວາມຈິງ! ຂ່າວຄົນໂດດຕຶກ(ຂ້າຕົວຕາຍ) ທີ່ຄາຊິໂນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ

0
2177

ບົດລາຍງານຫຍໍ້ ຈາກກະຊວງແຜນການ ແລະ ການລົງທຶນ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ ແຂວງບໍ່ແກ້ວ, ຊີ້ແຈງຄລິບທີ່ລົງທາງສື່ອອນລາຍ ເຫດການຄົນໂດດຕຶກ (ຂ້າຕົວຕາຍ) ຢູ່ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ.

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ (ຄຂສພ-ບກ) ຂໍຖືເປັນກຽດຮຽນມາຍັງທ່ານ ກ່ຽວກັບຄລິບທີ່ລົງທາງສື່ອອນລາຍ ເຫດການຄົນໂດດຕຶກ (ຂ້າຕົວຕາຍ) ທາງຄຸ້ມຄອງເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ມອບໃຫ້ເຈົ້າໜ້າທີ່ ປກຊ-ປກສ ລົງກວດກາໂຕຈິງ ສາມາດຢັ້ງຢືນໄດ້ວ່າ: ຄລິບດັ່ງກ່າວ ບໍ່ໄດ້ເກີດຂື້ນຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ຕຶກດັ່ງກ່າວກໍບໍ່ໄດ້ຢູ່ພາຍໃນເຂດ ເສດຖະກິດພິເສດ ສາມຫຼ່ຽມຄຳ ຂໍ້ມູນທີ່ລົງທາງສື່ອອນລາຍນີ້ ເປັນການປັ່ນປ່ວນ ແລະ ໃສ່ຮ້າຍປ້າຍສີເຂດຂອງພວກເຮົາ. ສະນັ້ນ, ທາງຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງຂໍຢັ້ງຢືນອີກຄັ້ງ ຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.

ດັ່ງນັ້ນ ຈຶ່ງລາຍງານມາຍັງທ່ານ ແລະ ທຸກພາກສ່ວນທີ່ຕິດຕາມຂ່າວ ສື່ອອນລາຍ ເພື່ອຊາບ.