ບໍລິສັດ ເບຍລາວ ຈຳກັດ ໂພສຕ໌ຊີ້ແຈງກໍລະນີຝາອັດນໍ້າດື່ມຫົວເສືອແຕກງ່າຍ

ຈາກກໍລະນີທີ່ມີລູກຄ້າລາຍໜຶ່ງ (ຂໍສະງວດຊື່) ທີ່ໂພສຕ໌ຝາກຖາມ ບໍລິສັດ ເບຍລາວ ຈຳກັດ ທີ່ເປັນຜູ້ຜະລິດ ແລະ ຈຳໜ່າຍນ້ຳດື່ມກາຫົວເສືອ ເມື່ອວັນທີ 17 ເມສາ 2017 ທີ່ຜ່ານມາ ກ່ຽວກັບຝາປິດຕຸກນ້ຳດື່ມທີ່ແຕກອອກ ເຊິ່ງໄດ້ເຮັດໃຫ້ກາຍເປັນອີກເລື່ອງທີ່ຕິດກະແສສົນທະນາໃນໂລກໂຊຊ້ຽວ ມີການແຊຣຕໍ່ ແລະ ມີການເຂົ້າມາສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ເປັນຈຳນວນຫຼາຍ

ດັ່ງນັ້ນ ເມື່ອວັນທີ 20 ເມສາ 2017 ທາງ ບໍລິສັດ ເບຍລາວ ຈຳກັດ ຈິ່ງໄດ້ເຮັດໜັງສື ແຈ້ງການແນະນຳ ເຖິງລູກຄ້າ ອອກມາໂພສຕ໌ ຜ່ານເຟສບຸກທີ່ມີຊື່ວ່າ Tigerhead ເຊິ່ງມີເນື້ອຫາວ່າ:

“ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນກັບຄຸນນະພາບຂອງຜະລິດຕະພັນເປັນທີ່ສຸດ. ພວກເຮົາໄດ້ມີການກວດກາບັນຫາການແຕກເສຍຫາຍຂອງຝາຜະລິດຄະພັນນ້ຳດື່ມກາຫົວເສືອເປັນທີ່ຮຽບຮ້ອຍແລ້ວ ແລະ ກໍ່ໄດ້ຮັບການຢືນຢັນວ່າ ການແຕກເສຍຫາຍຂອງຜະລິດຕະພັນດັ່ງກ່າວແມ່ນເກີດຈາກສາເຫດໃນລະຫວ່າງການຂົນສົ່ງ ແລະ ການເກັບຮັກສາ. ຈາກສາເຫດດັ່ງກ່າວ ພວກເຮົາໄດ້ມີການແກ້ໄຂບັນຫາທີ່ເກີດຂຶ້ນໂດຍທັນທີ ແລະ ພວກເຮົາຂໍອະໄພໃນຄວາມບໍ່ສະດວກດັ່ງກ່າວ”.