ບໍລິສັດຮົວເຫວີຍເລີ່ມຈົດທະບຽນການຄ້າ “ໂອເອສ ຫົງເມິ່ງ” ທົ່ວໂລກ

ລາຍງານຂ່າວຕ່າງປະເທດໃຫ້ຮູ້ວ່າ ບໍລິສັດຮົວເຫວີຍເລີ່ມຈົດທະບຽນເຄື່ອງໝາຍການຄ້າ ລະບົບປະຕິບັດການ ໂອເອສ ຫົງເມິ່ງ (OS Hongmeng ) ແລ້ວໃນຫຼາຍປະເທດທົ່ວໂລກ ໂດຍຂໍ້ມູນຈາກອົງການຊັບສິນທາງປັນຍາໂລກຂອງສະຫະປະຊາຊາດ ຫຼື WIPO ລະບຸວ່າ ຮົວເຫວີຍໄດ້ຈົດທະບຽນໂອເອສ ຫົງເມິ່ງ ແລ້ວໃນປະເທດກຳປູເຈຍ ການາດາ ສ.ເກົາຫຼີ ນິວຊີແລນ ອິນໂດເນ ເຊຍ ສະຫະພາບເອີຣົບ ອິນເດຍ ແລະ ປະເທດໄທ.

ຊຶ່ງຂະນະນີ້ກໍຍັງບໍ່ມີລາຍງານກ່ຽວກັບລາຍລະອຽດຂອງຂໍ້ມູນລະບົບປະຕິບັດການດັ່ງກ່າວ ທັງນີ້ ເມື່ອຕົ້ນເດືອນຜ່ານມາຮົວເຫວີຍໄດ້ຈົດທະບຽນລະບົບຫົງເມິ່ງໃນປະເທດຈີນຮຽບຮ້ອຍແລ້ວ ອີງຕາມຂໍ້ມູນຂອງເວັບໄຊຊັບສິນທາງປັນຍາຂອງ ສປ ຈີນ.

ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກທີ່ກູເກິລໄດ້ປະກາດຫ້າມໃຊ້ລະບົບປະຕິບັດການແອນດຣອຍເທິງອຸປະກອນຂອງຮົວເຫວີຍ ຊຶ່ງເປັນໄປຕາມຄຳສັ່ງຂອງລັດຖະບານອາເມຣິກາທີ່ສັ່ງຫ້າມບັນດາບໍລິສັດຂອງອາເມຣິກາເຮັດທຸລະກຳຮ່ວມກັບບໍລິສັດຮົວເຫວີຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday