ບໍລິສັດການຢາຫຼາຍແຫ່ງໄດ້ມີເລີ່ມມີການປັບສູດຢາວັກຊີນເພື່ອປ້ອງກັນເຊື້ອກາຍພັນ

ຫຼັງຈາກມີການເກີດຂຶ້ນໃໝ່ຂອງເຊື້ອໂຄວິດ-19 ສາຍພັນ ໂອໄມຄອນ ທີ່ຢູ່ປະເທດອາຟຣິກາ ໃນປັດຈຸບັນເຊື້ອກາຍພັນຊະນິດນີ້ໄດ້ແຜ່ລະບາດໄປໃນຫຼາຍປະເທດທົ່ວໂລກແລ້ວ. ຮອດວັນທີ 29 ພະຈິກ 2021 ມີລາຍງານຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄອນ 13 ປະເທດແລ້ວ ແລະ ທາງລັດຖະບານຍີ່ປຸ່ນກໍໄດ້ປະກາດຫ້າມໃຫ້ຊາວຕ່າງຊາດເດີນທາງເຂົ້າປະເທດ ຫຼັງຈາກທີ່ຫາກໍເປີດປະເທດໄດ້ພຽງ 3 ອາທິດ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໂຄວິດ-19 ສາຍພັນໃໝ່ ແລະ ເປັນປະເທດທີ່ສອງຮອງຈາກອິດສະລາແອນທີ່ຫ້າມຄົນຕ່າງຊາດເຂົ້າປະເທດ.

ໃນຂະນະນີ້ບໍລິສັດການຢາຫຼາຍແຫ່ງໄດ້ເລີ່ມຕົ້ນຂະບວນການພັດທະນາວັກຊີນຕ້ານໂຄວິດ-19 ສາຍພັນໂອໄມຄອນໂດຍມີການປັບສູດເພື່ອຮັບມືກັບການກາຍພັນຊະນິດໃໝ່. ອົງການອະນາໄມໂລກ (WHO) ໄດ້ລະບຸວ່າ ໃນຂະນະນີ້ຍັງບໍ່ທັນມີຂໍ້ມູນທີ່ຈະບົ່ງຊີ້ໄດ້ຊັດເຈນວ່າເຊື້ອໂອໄມຄອນສາມາດແຜ່ລະບາດໄດ້ງ່າຍກວ່າເຊື້ອສາຍພັນອື່ນ ຫຼື ເຮັດໃຫ້ເກີດອາການທີ່ຮຸນແຮງກວ່າ.

ແຫຼ່ງຂ່າວ: BBC Thai