ບ້ານໂພນເລົາ ເມືອງລ້ອງຊານ ໄດ້ຮັບໂຮງຮຽນຫລັງໃໝ່

 

ຫວ່າງແລ້ວນີ້ ທີ່ໂຮງຮຽນປະຖົມບ້ານໂພນເລົາ ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດໃຫ້ມີພິທີມອບ-ຮັບໂຮງຮຽນ

ຫຼັງໃໝ່ໃຫ້ແກ່ອຳນາດການປົກຄອງບ້ານດັ່ງກ່າວ ຊຶ່ງໂຮງຮຽນຫຼັງນີ້ໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກ

ບໍລິສັດ ພູເບ້ຍມາຍນິງ ຈຳກັດ ເປັນເງິນຈຳນວນ 80.000 ໂດລາສະຫະລັດ ເພື່ອສ້າງເປັນອາຄານຫຼັງໃໝ່ ປະກອບມີ

5 ຫ້ອງຮຽນ ເພື່ອທົດແທນໂຮງຮຽນຫຼັງເກົ່າ ທີ່ມີຈຳນວນ 3 ຫ້ອງຮຽນທີ່ຊຸດໂຊມ ແລະ ແອອັດຄັບແຄບ.

 

ທ່ານ ຮິດ ທອບ ຜູ້ຈັດການພະແນກຄວາມປອດໄພ ແລະ ການພັດທະນາແບບຍືນຍົງ ບໍລິສັດພູເບ້ຍມາງນິງ ຈຳກັດ

ກ່າວວ່າ: “ ນີ້ແມ່ນໂຮງຮຽນຫຼັງທີ 13 ທີ່ພວກເຮົາໄດ້ກໍ່ສ້າງ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ເຖິງຢ່າງໃດກໍຕາມ, ຖ້າ

ມີພຽງແຕ່ໂຮງຮຽນຫຼັງໃໝ່ນີ້ພຽງຢ່າງດຽວ ແມ່ນຈະບໍ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍທັງໝົດທີ່ຄູ-ອາຈານ ແລະ

ນັກຮຽນຕ້ອງປະເຊີນ.  ສະນັ້ນ ພວກເຮົາຍັງຕ້ອງໄດ້ຊ່ວຍສະໜັບສະໜູນຊຸກຍູ້ໃຫ້ເມືອງ ເພີ່ມຄວາມພະຍາຍາມຂຶ້ນ

ຕື່ມ ເພື່ອປັບປຸງການໃຫ້ບໍລິການດ້ານການສຶກສາໃຫ້ດີຂຶ້ນ ດ້ວຍການສະໜັບສະໜູນທຶນຮອນໃຫ້ຈັດກິດຈະກຳຕ່າງໆ

ເຊັ່ນ: ການຝຶກອົບຮົມຄູສອນ, ການສະໜອງອຸປະກອນການສອນ ແລະ ໂຄງການສົ່ງເສີມໃຫ້ຮັກການອ່ານອີກດ້ວຍ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ