ບ້ານຈັດສັນພູຊ້າງຄຳ ໄດ້ຮັບໃບຕາດິນ 177 ຕອນ

Capture2

 

ບ້ານ​ພູ​ຊ້າງ​ຄຳ ເປັນ​ບ້ານ​ທີ່​ຖືກ​ເປັນ​ເນື້ອ­ທີ່​ຈັດ​ສັນ​ໃໝ່​ ທີ່​ໄດ້​ຍ້າຍ​ຈາກ​ໂຄງ­ການກໍ່­ສ້າງ​ສະ­ໜາມ​ບິນ​ສາ­ກົນ

ຂອງ​ແຂວງ​ຫຼວງ​ພະ​ບາງ, ຜ່ານ​ການ​ລົງ​ສຳ​ຫຼວດ​ວັດ­ແທກຂອງ​ໜ່ວຍ​ງານ​ມີ​ທັງ​ໝົດ 457 ຕອນ, ສອບ​ສວນ

​ສືບ­ສວນ​ສິ​ິດ​ທັງ​ໝົດ​ມີ 444 ຕອນ, ເຊັນ​ໃບ​ຕາດິນ​ສຳ­ເລັດ ແລະ ມອບ​ຮັບ​ສິດ​ນຳ​ໃຊ້ 177 ຕອນ ໃຫ້​ປະ­ຊາ­ຊົນ.

ທ່ານ ທອງ​ດີ ພົມ­ມະ­ຈັນ ຫົວ­ໜ້າ​ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ​ເມືອງ​ຫຼວງ​ພະ​

ບາງ​ໄດ້​ໃຫ້​ຮູ້​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ­ນະ​ນຳ​ຂັ້ນ​ແຂວງ, ຂັ້ນ​ເມືອງ, ຫົວ­ໜ້າ​ໜ່ວຍ​ງານ  ແລະ  ມີ​ການ

​ປະ­ສານ​ງານຕາມ​ພາ­ລະ​ບົດ­ບາດ​ຂອງ​ພະ­ນັກ­ງານ ພ້ອມ​ດ້ວຍ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເພື່ອ​ສຳ​ຫຼວດ​ວັດ

­ແທກ​ພິ­ສູດ​ຫລັກ​ຖານອອກ​ໃບ​ຕາ­ດິນ​ທີ່​ພູ​ຊ້າງ​ຄຳ ຊຶ່ງ​ຂຶ້ນ​ກັບກຸ່ມ​ພູ​ເຫຼັກ​ຈະ­ເລີນ​ຫ່າງ​ຈາກ​ເທ­ສະ​ບານເມືອງ

​ຫຼວງ​ພະ​ບາງ​ ປະ­ມານ 6 ກິ​ໂລ ແມັດ, ມີ​ເນື້ອ­ທີ່​ທັງ​ໝົດ 525 ເຮັກຕາ, ເປັນ​ເຂດ​ພູ​ພຽງ​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2010,

ມີ 456 ຄອບ­ຄົວ, ໃນ​ນັ້ນ ເຜົ່າ​ລາວ​ລຸ່ມ​ມີ 136 ຄອບ­ຄົວ, ເຜົ່າ​ກຶມ​ມຸ 129 ຄອບ­ຄົວ, ເຜົ່າ​ມົ້ງ 191 ຄອບ­ຄົວ,ມີ

​ຈຳ­ນວນ​ພົນທັງ​ໝົດ 2.741 ຄົນ, ຍິງ 1.221 ຄົນ. ການ​ສຳ​ຫຼວດ​ວັດ­ແທກ​ແມ່ນ​ໄດ້​ສົ່ງ​ພະ­ນັກງານ​ລົງ​ປະ­ຈຳ​ຢູ່​

ພາກ​ສະ­ໜາມ​ ຈຳນວນ 4 ທ່ານ​ເລີ່ມ​ແຕ່​ວັນ​ທີ 15 ພຶດສະ­ພາ 2013 ຫາ 14 ພະ­ຈິກ​ປີ​ດຽວ​ກັນໄດ້​ສຳ​ຫຼວດ​ວັດ

­ແທກ​ທັງ​ໝົດ 457 ຕອນ, ເນື້ອ­ທີ່ 249.674 ຕາ​ແມັດ, ໃນ​ນັ້ນ ດິນ​ບຸກ­ຄົນ​ນິ­ຕິ­ບຸກ­ຄົນ​ມີ 314 ຕອນ ເນື້ອທີ່

207.590 ຕາ​ແມັດ, ດິນ​ລັດ 143 ຕອນ, ເນື້ອ­ທີ່ 42,084 ຕາ​ແມັດ, ໃນ​ນັ້ນ ດິນ​ລັດ​ມີ​ບຸກ­ຄົນ​ຈັບ​ຈ່ອງ​ໂດຍ​ບໍ່

​ໄດ້​ຮັບອະ­ນຸ­ຍາດ​ມີ 12 ຕອນ.

ທ່ານ​ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ການ​ສອບສວນ​ສືບ­ສວນ​ສິ​ິດ​ທັງ​ໝົດ​ມີ 444 ຕອນ, ເຈົ້າ​ຂອງ​ດິນ​ບໍ່​ມາ​ປະ­ກອບ​ເອ­ກະ

­ສານ​ມີ 13 ຕອນ, ສົ່ງ​ເອ­ກະ­ສານ​ຂຶ້ນ​ເຊັນ​ໃບ​ຕາດິນ​ຢູ່​ພະ​ແນກ​ຈຳ­ນວນ 444 ຕອນ, ສຳເລັດ​ເຊັນ​ໃບ​ຕາ­ດິນ 117

ຕອນ ແລະ ໄດ້​ມອບ​ໃຫ້​ພໍ່​ແມ່​ປະຊາ­ຊົນ​ກໍ​ຄື​ເຈົ້າ​ຂອງສິດ​ນຳ​ໃຊ້​ທີ່​ດິນ​ຕາມ​ ລະ­ບຽບ​ກົດ­ໝາຍ ເພື່ອ​ຍົກ​ສູງ​ລະ­ດັບ

​ຊີ­ວິດ​ການ​ເປັນ​ຢູ່​ໃຫ້​ດີຂຶ້ນ​ເທື່ອ​ລະ​ກ້າວ.

ພິ­ທີ​ມອບŒຮັບ​ໃບ​ຕາ­ດິນ​ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 18 ກໍ­ລະ­ກົດ 2014 ນີ້ ທີ່​ຫ້ອງການ­ບ້ານ​ພູ​ຊ້າງ​ຄຳ ໂດຍ​ໃຫ້​ກຽດ​

ມອບແມ່ນ ທ່ານ ສຸ​ກັນ ບຸນ​ຍົງ ເຈົ້າ­ເມືອງໆຫຼວງ​ພະ​ບາງ, ມີ​ທ່ານ ທອງ​ດີ ພົມ­ມະ­ຈັນ ຫົວ­ໜ້າ​ຫ້ອງ­ການ​ຊັບ­

ພະ­ຍາ­ກອນ​ທຳມະ​ຊາດ ແລະ ສິ່ງ­ແວດລ້ອມ​ເມືອງ​ຫຼວງພະ​ບາງ, ມີ​ທ່ານ ບຸນ​ທັນ ແກ້ວ​ມະ­ນີ​ຈັນ ນາຍ­ບ້ານໆ​

ພູ​ຊ້າງ​ຄຳ, ມີ​ບັນ­ດາ​ແຂກ​ຖືກເຊີນ​ຈາກ​ພະ­ແນກ­ການ​ອ້ອມ​ຂ້າງ, ພະນັກ​ງານ​ທີ່​ຂ້ອງ ພ້ອມ​ດ້ວຍ​ພໍ່​ແມ່​ປະ­ຊາ

ຊົນ​ບ້ານ​ພູ​ຊ້າງ​ຄຳ​ເຂົ້າ​ຮ່ວມ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ