ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 30 ສິງຫາ 2021

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 14.816 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 155 ຄົນ, ເສຍຊີວິດສະສົມທັງໝົດ 14 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 5.040 ຄົນ.

ໃນວັນທີ 29 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.212 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 155 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 15 ຄົນຈາກ ແຂວງ ບໍ່ແກ້ວ 03 ຄົນ, ສະຫວັນນະເຂດ 09 ຄົນ, ຫຼວງນໍ້າທາ 01 ຄົນ, ສາລະວັນ 01 ຄົນ ແລະ ແຂວງ ວຽງຈັນ 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າຈໍານວນ 140 ຄົນ ຈາກ ນະຄອນຫຼວງວຽງຈັນ 05 ຄົນ, ສະຫວັນນະເຂດ 19 ຄົນ, ຫຼວງພະບາງ 01 ຄົນ, ຄໍາມ່ວນ 14 ຄົນ, ສາລະວັນ 48 ຄົນ ແລະ ຈໍາປາສັກ 53 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.

ລາຍລະອຽດຜູ້ຕິດເຊື້ອມີດັ່ງນີ້:

1. ແຂວງວຽງຈັນ 01 ຄົນ: ຈາກບ້ານ ໂພນສະຫວາດ, ເມືອງກາສີ ຊື່ງເດີນທາງມາຈາກແຂວງບໍ່ແກ້ວ ຈຳກັດບໍລິເວນຢູ່ສູນກັກກັນ.
2. ຫຼວງນ້ຳທາ 01 ຄົນ ເປັນກໍລະນີສຳຜັດກັບຜູ້ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວວານນີ້ (ກ່ຽວພັນກັບງານສົບຢູ່ເມືອງນານ, ແຂວງຫຼວງພະບາງ), ມີຜູ້ສຳຜັດໃກ້ໃນຫ້ອງປະຊຸມ ທັງໝົດ 52 ຄົນ ລວມທັງຜູ້ກ່ຽວ ເຊິ່ງລາຍລະອຽດທາງແຂວງໄດ້ອອກແຈ້ງການສະເພາະ.
3. ສະຫວັນນະເຂດ 09 ຄົນ, ໃນນັ້ນ 01 ຄົນ ເປັນພະນັກງານແພດທີ່ເຂົ້າປະຈຳການຢູ່ໂຮງໝໍ, ເຫຼືອນັ້ນ ແມ່ນເກີດແບບກະແຈກກະຈາຍໃນບັນດາບ້ານທີ່ຂື້ນກັບນະຄອນໄກສອນ.
4. ສາລະວັນ 01 ຄົນ ແມ່ນພະນັກງານປະຈຳສູນຈຳກັດບໍລິເວນ.

ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ:
* ຜູ້ທີ 1: ເພດຊາຍ, ອາຍຸ 33 ປີ, ບ້ານ ຕາກແດດ, ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ, ປະຈຸບັນເປັນຜູ້ຖືກຂັງ ຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ, ເລີ້ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃນວັນທີ 29 ສິງຫາ 2021.

* ຜູ້ທີ 2: ເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານ ລັດຕະລັງສີໃຕ້, ນະຄອນໄກສອນ,​ ແຂວງສະຫວັນນະເຂດ, ຜູ້ກ່ຽວມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.